ຂ່າວສານ

ຕະຫຼາດເຕັກໂນໂລຊີເຄື່ອງອຸປະກອນແລະວັນບຸນເລີ່ມຕົ້ນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ 2019

ຕະຫຼາດເຕັກໂນໂລຊີເຄື່ອງອຸປະກອນ ແລະ ວັນບຸນເລີ່ມຕົ້ນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ 2019 (Techmart – Techfest Mekong 2019) ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ຕຸລາ, ຢູ່ນະຄອນເກິນເທີ.


(ງານຕະຫຼາດເຕັກໂນໂລຊີເຄື່ອງອຸປະກອນ ແລະ

ວັນບຸນເລີ່ມຕົ້ນທຸລະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ 2019)


ເຫດການໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນນະຄອນເກິນເທີ ຈັດຕັ້ງ ດ້ວຍຈຸດປະສົງສ້າງສະພາບແວດລ້ອມຕິດພັນວິທະຍາສາດເຕັກໂນໂລຊີກັບການຜະລິດດຳເນີນທຸລະກິດ, ຊຸກຍູ້ການຖ່າຍຖອດຄວາມກ້າວໜ້າດ້ານເຕັກນິກ ແລະ ບັນດາຜົນງານດ້ານວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ເຈິ່ນວັນຕຸ່ງ, ໃຫ້ຮູ້ວ່າ.

        “ນີ້ແມ່ນການຢັ້ງຢືນວ່າວິທະຍາສາດເຕັກໂນໂລຊີທີ່ໄດເຂົ້າຊີວິດຕົວຈິງ, ເຂົ້າສູ່ການຜະລິດດຳເນີນທຸລະກິດ ເຮັດແນວໃດເພື່ອໃຫ້ຜະລິດຕະພັນທີ່ຜະລິດອອກມາມີຄຸນນະພາບ ສະມັດຕະພາບສູງ ຫຼຸດຜ່ອນຄ້າໃຊ້ຈ່າຍ. ພວກເຮົານຳໃຊ້ວິທະຍາສາດເຕັກໂນໂລຊີເພື່ອເພີ່ມມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນ ແລະ ສິ່ງດັ່ງກ່າວຈຶ່ງຊ່ວຍໃຫ້ເສດຖະກິດຂອງພວກເຮົາພັດທະນາແບບຍືນຍົງໄດ້. ພວກຂ້າພະເຈົ້າກໍ່ຫວັງວ່າ, ເກິນເທີ ຈະເປັນເຂດກະສິກຳ, ເຂດສົ່ງອອກສິນໃນນ້ຳ, ສິນທະເລຂະໜາດໃຫຍ່ ເມື່ອພວກເຮົານຳໃຊ້ວິທະຍາສາດເຕັກໂນໂລຊີ ຈະຊ່ວຍໃຫ້ເກິນເທີ ມີການເຕີບໂຕ”.

(ແຫຼ່ງຄັດຈາກ VOV)



top