ຕະຫຼາດຂາຍຫີນແກ້ວຢູ່ຖະໜົນ ຮວ່າງຮວາຖາມ ໄດ້ຈັດຂຶ້ນ
ທຸກໆ ວັນອາທິດ, ໂດຍສະມາຄົມຫີນແກ້ວ ຮ່າໂນ້ຍ ຈັດຂຶ້ນ
ເພື່ອແນະນຳຜະລິດຕະພັນຫີນແກ້ວ ຫວຽດນາມ ເຖິງຜູ້ບໍລິໂພກ.
ຫີນແກ້ວທຳມະຊາດຫຼາຍປະເພດຂອງ ອຽນບາຍ, ແທງຮວາ, ເງ້ອານ ໄດ້ວາງຂາຍຢູ່ຕະຫຼາດແຫ່ງນີ້.
ລູກຄ້າກວດກາຄູນນະພາບຂອງຫີນ Shapphire ດ້ວຍ ນຳ້ ແລະ ໄຟສາຍ.
ແຫວນໜ່ວຍໜຶ່ງໄດ້ປະດິດສ້າງດ້ວຍຫີນ Shapphire.
ຫີນ Ruby ແດງໄດ້ວາງຂາຍຢູ່ຕະຫຼາດ.
ຫີນແກ້ວຫຼາຍປະເພດມີລາຄາແຕ່ຫຼາຍແສນດົ່ງເຖິງຫຼາຍລ້ານດົ່ງໄດ້ວາງຂາຍຢູ່ທີ່ນີ້.
ຫຼັງຈາກທີ່ເລືອກເອົາຫີນແກ້ວກ້ອນທີ່ຖືກໃຈທີ່ສຸດ, ລູກຄ້າ ສາມາດເອົາມາຮ້ານປະດິດສ້າງຫີນ
ຂອງນາຍຊ່າງ ຫງວຽນບາວແທກ ເພື່ອຜະລິດອອກເປັນຜະລິດຕະພັນ ທີ່ຕົນເອກຢາກໄດ້.
ນາຍຊ່າງ ຫງວຽນບາວແທກ ພວມກວດກາຄຸນນະພາບຫີນແກ້ວໃຫ້ແກ່ລູກຄ້າ.
ຫີນແກ້ວຈະໄດ້ປະດິດສ້າງດ້ວຍຈັກ.
ຫີນ Shapphire ສີຂຽວ-ອິດເປັນປະເພດຫີນແກ້ວທີ່ຫາຍາກ
ໄດ້ນາຍຊ່າງ ຫງວຽນບາວແທກ ປະດິດສ້າງເປັນຜະລິດຕະພັນ ໜຶ່ງມີຮູບຊົງຄ້າຍຄືເພັດ.
ນາຍຊ່າງ ຫງວຽນບາວແທກ ໄດ້ປະດິດສ້າງໃຫ້ລູກຄ້າຫີນແກ້ວ ຫຼາຍກ້ອນທີ່ມີຮູບຊົງແຕກຕ່າງກັນ.
ສາຍຄໍມີຮູບ ເຈົ້າແມ່ກວານອິນ ໄດ້ປະດິດສ້າງດ້ວຍຫີນ Shapphire ໂດຍນາຍຊ່າງ ຫງວຽນບາວແທກ. |