ສາລະຄະດີ

ຕະຫຼາດນ້ຳ ພາກຕາເວັນຕົກ

ຕະຫຼາດນ້ຳ ແມ່ນຄວາມງາມ ທາງວັດທະນະທໍາ ທີ່ເປັນເອກະລັກ ຢູ່ພາກຕາເວັນຕົກສ່ຽງໃຕ້, ປຽບເໝືອນຮູບແຕ້ມ ທ່ີມີ ຊີວິດຊີວາ ຂອງ ເຂດແມ່ນໍ້າລຳເຊ ທົ່ງພຽງແມ່ນ້ຳຂອງ. ເຖິງຢ່າງ ໃດກໍ່ຕາມ, ຕໍ່ໜ້າການປ່ຽນແປງ ຂອງ ຊີວິດ, ຕະຫຼາດນ້ຳ ຂອງ ພາກຕາເວັນ ຕົກ ກຳລັງຄ່ອຍໆ ຫາຍໄປ. ຄະນະນັກຂ່າວຈາກວາລະສານ ຂ່າວ ພາບ ຫວຽດນາມ ໄດ້ເດີນທາງລ່ອງເຮືອ ໄປທົ່ວພາກຕາເວັນຕົກ ເພື່ອສໍາຜັດ ຕໍ່ການປ່ຽນແປງ ຂອງ ຕະຫຼາດນ້ຳ ແລະ ຊອກຫາ ບາງສ່ວນ ຂອງ ວັດທະນະທໍາ ຕະຫຼາດນ້ຳ ທີີ່ ໄດ້ສູນຫາຍໄປ.

ເວລາ 4 ໂມງເຊົ້າ, ຕະຫຼາດນ້ຳ ຫງ໊ານຳ (ເທດສະບານ ຫງ໊ານຳ, ແຂວງ ຊ໋ອກຈັງ) ຍັງຈົມ ຢູ່ໃນ ຄວາມງຽບສະຫງົບ ຂອງ ກາງຄືນ, ແມ່ເຖົ້າ ຫງວຽນທິເຮົ້າ ໄດ້ລຸກຂຶ້ນມາຈູດທູບ ຢູ່ຫົວເຮືອ. ເມື່ອເຫັນ ຄົນມາ, ແມ່ເຖົ້າ ເຮົ້າ ຖາມຂຶ້ນຢ່າງໄວວ່າ: “ອາວຊື້ໝາກນັດບໍ່? 3 ພັນດົ່ງ ໝ່ວຍນ້ອຍ, 5 ພັນດົ່ງ ໝ່ວຍໃຫຍ່. ເຮືອຂ້ອຍຍັງເຫຼືອ ເກືອບ ພັນໜ່ວຍ”. ເມື່ອຮູ້ວ່າ ເປັນນັກທ່ອງທ່ຽວ ມາສຳຫຼວດ ຖ່າຍ ຮູບ, ແມ່ເຖົ້າ ເຮົ້າ ໄດ້ຫາຍໃຈຍາວ ທັງເວົ້າວ່າ: “ບັດນີ້ ບໍ່ມີພາບ ຕະຫຼາດນ້ຳ ທີ່ຄຶກຄື້ນຊື້ຂາຍ ໃຫ້ຖ່າຍຮູບອີກແລ້ວ ອາວເອີຍ, ເຂົາ ເຈົ້າຂຶ້ນໄປຊື້ຂາຍ ຢູ່ຕະຫຼາດເທິງບົກໝົດແລ້ວ”.

ປີ 2010, ຕະຫຼາດນໍ້າ ກ໋າຍຣັງ ມີແມ່ຄ້າຊາວຂາຍ ປະມານ 500-700 ຄົນ ນຳເອົາຜະລິດຕະພັນ ກະສິກຳ ມາຂາຍ ແລະ ແລກ ປ່ຽນ ສິນຄ້າ ເປັນປະຈຳ. ພາບ: ຫງວຽນຖັ໋ງ/VNP

ໃນຂະນະທີ່ແສງສະຫວ່າງ ຍັງບໍ່ທັນແຈ້ງ ເຫັນໜ້າກັນ, ພໍ່ເຖົ້າ ຫງວຽນວັນຮຸ່ງ (ຜົວຂອງແມ່ເຖົ້າ ເຮົ້າ) ກໍ່ໄດ້ລຸກຂຶ້ນມາເຊັ່ນກັນ. ເມື່ອເຫັນແຂກມາລົມນຳ, ພໍ່ເຖົ້າ ຮຸ່ງ ໄດ້ກ່າວວ່າ: “ປະມານສິບປີ ກ່ອນ, ຄອບຄົວຂ້ອຍ ຢູ່ເມືອງ ລອງໝີ໊, ໄປຕະຫຼາດເດືອນ ລະ 4 ຄັ້ງ. ແຕ່ລະຄັ້ງທີ່ໄປຕະຫຼາດ, ເຮືອບັນຈຸໝາກໄມ້ເຕັມ 4-5 ໂຕນ, ຂີ່ເຮືອລ່ອງຕາມຄອງ ຊ໋າງໄປຕະຫຼາດ ຫງ໊ານຳ, ຫງ໊າໄບ໋ ໃນເວລາ 4-5 ມື້ກໍ່ຂາຍໝົດ”.

ພໍ່ເຖົ້າ ຮຸ່ງ ໃຫ້ຮູ້ວ່າ ໃນສະໄໝນັ້ນ, ທົ່ວເມືອງ ລອງໝີ໊ ມີຄວາມ ຄຶກຄື້ນ ໃນການໄປຕະຫຼາດນ້ຳ ຫງ໊ານຳ. ເຖິງແມ່ນວ່າ ຄອບຄົວ ທຸກຍາກ ກໍ່ຕ້ອງຊື້ເຮືອນ້ອຍ ຕິດຈັກ ເພື່ອໄປຂາຍໝາກນັດ ແລະ ຊື້ຂອງກິນ, ເຄື່ອງໃຊ້ສອຍຕ່າງໆ ມາໃຫ້ຄອບຄົວ. ແຕ່ໃນປັດຈຸ ບັນ, ທົ່ວເມືອງ ລອງໝີ໊ ເຫຼືອພຽງແຕ່ ເຮືອ ຂອງ ພໍ່ເຖົ້າ ທີ່ມາຈອດ ຢູ່ ຫງ໊ານຳ ນີ້ ໄດ້ 5 ມື້ແລ້ວ, ຂາຍໝາກນັດ ທີ່ເອົາມາ ໄດ້ພຽງແຕ່ 1/3 ເທົ່ານັ້ນ. ເມື່ອເຫັນກອງໝາກນັດ ເລີ່ມປ່ຽນ ຈາກສີເຫຼືອງ ເປັນສີດຳຊ້ຳ, ພໍ່ເຖົ້າ ຮຸ່ງ ໄດ້ຖອນໃຈຍາວໆ ພ້ອມກ່າວວ່າ: “ຄົງ ຕ້ອງ ຂຶ້ນຝັ່ງແຂວນປ້າຍຂາຍ ຫຼຸດລາຄາເບິ່ງວ່າຈະໄດ້ທຶນຄືນ ແດ່ ບໍ່!”.

ຢູ່​ຕະຫຼາດນ້ຳ ພາກຕາເວັນຕົກ, ຢູ່ຕໍ່ໜ້າຫົວເຮືອ ມັກມີ​ໄມ້ສ້າວ​ຫ້ອຍ​ສິນຄ້າ​ກະສິກຳ ​​ເພື່ອ​ງ່າຍ​ໃນ​ການຮັບຮູ້​ຂອງ​ຜູ້​ຊື້. ພາບ: ຫງວຽນຖັ໋ງ/VNP
ປີ 2010, ຕະຫຼາດນໍ້າ ກ໋າຍຣັງ ມີບັນຍາກາດ ການຊື້ ຂາຍ ຜະລິດຕະພັນກະສິກຳ ຢ່າງຄຶກຄື້ນ. ພາບ: ຫງວຽນຖັ໋ງ/VNP

ພ້ອມກັບເຮືອຂາຍໝາກນັດ ຂອງແມ່ເຖົ້າ ເຮົ້າ, ຢູ່ແຄມແມ່ນ້ຳ ຫງ໊ານຳ ເຊິ່ງເປັນຈຸດເຊື່ອມຕໍ່ ຂອງແມ່ນໍ້າ ຫ້າສາຍ ທີ່ໄຫຼໄປ ຫ້າ ທິດຄື: ກ່າເມົາ, ຫວີ໊ງເກ໊ີຍ (ແຂວງ ຊ໋ອກຈັງ), ລອງໝີ໊ (ແຂວງ ເຮົ້າ ຢາງ), ແທັກຈ້ີ (ແຂວງ ຊ໋ອກຈັງ), ຝຸ້ງຮຽບ (ແຂວງ ເຮົ້າຢາງ), ມີ ເຮືອ ປະມານສິບລຳທີ່ມາຈາກເມືອງອື່ນໆ ຈອດຂາຍໝາກໂມ, ໝາກນັດ ແລະ ໝາກພ້າວ.

ຂ້າງເຮືອຂອງຄູ່ຜົວເມຍ ພໍ່ເຖົ້າ ຮຸ່ງ ແລະ ແມ່ເຖົ້າ ເຮົ້າ ແມ່ນເຮືອ ຂາຍໝາກໂມ ຂອງ ພໍ່ເຖົ້າ ເລວັນດິງ. ເມື່ອແສງສະຫວ່າງສ່ອງ ແສງ ທົ່ວໜ້ານ້ຳ, ພໍ່ເຖົ້າ ດິງ ກໍ່ໄດ້ລຸກຂຶ້ນມາຈູດທູບ ປັກໄວ້ຢູ່ຫົວ ເຮືອ ແລະ ເລືອກເອົາໝາກໂມ ທີ່ຫ່ຽວ ເປັນສີເຫຼືອງ ແລ້ວຖິ້ມ ລົງ ນ້ຳ ເພື່ອເປັນອາຫານປາ. ພໍ່ເຖົ້າ ດິງ ໄດ້ລ່ອງເຮືອຂຶ້ນມາຈາກ ຫວີ໊ງເກີ໊ຍ ຮອດ ຫງ໊ານຳ ແລ້ວຈອດເຮືອຂາຍເຄື່ອງໄດ້ 3 ມື້ແລ້ວ. ເຊົ້າມື້ນີ້, ມີພຽງສອງຮ້ານອາຫານ ມາຊື້ໝາກໂມ 20 ກວ່າ ໜ່ວຍ ຈາກເຮືອ ຂອງພໍ່ເຖົ້າ ເພື່ອບໍລິການແຂກໃນມື້. ຫຼັງຈາກຂາຍເຄື່ອງ ເລັກນ້ອຍ ໃຫ້ແກ່ລູກຄ້າ ແຕ່ບ່ອນອື່ນມາແລ້ວ, ພໍ່ເຖົ້າ ດິງ ໄດ້ເອົາ ຊຸດ ນ້ຳຊາ ອອກມາ ແລະ ເຊີນພວກຂ້າພະເຈົ້າໄປ ເຮືອເພິ່ນ. ພໍ່ ເຖົ້າ ຫາຍໃຈຍາວໆ ແລ້ວກ່າວວ່າ: “ພວກອາວລອງຄິດເບິ່ງ, ດຽວ ນີ້ເສັ້ນທາງບົກພັດທະນາ, ລົດຈັກ, ລົດໃຫຍ່ ໄປມາ ຢ່າງສະດວກ ສະບາຍ, ຄົນກໍ່ເຂົ້າໄປ ຊື້ເຄື່ອງ ຢູ່ຕະຫຼາດເທິງບົກ, ແມ່ຄ້າກໍ່ເຂົ້າ ຊື້ ຢູ່ກັບສວນ, ໃຜຈະມາຕະຫຼາດນ້ຳ ເຮັດຫຍັງ ອີກ. ອີກດ້ານໜຶ່ງ, ດຽວນີ້ພາກຕາເວັນຕົກ ບໍ່ມີລະດູນ້ຳຂຶ້ນນອງ ອີກແລ້ວ, ບໍ່ມີນ້ຳ, ເຮືອ ໄປມາລຳບາກ, ໃຜຈະໄປຕະຫຼາດນ້ຳອີກ”.

ຢູ່ຕະຫຼາດນ້ຳ ຫງ໊ານຳ, ນອກຈາກພໍ່ເຖົ້າ ຮຸ່ງ ແລະ ພໍ່ເຖົ້າ ດິງ ແລ້ວ, ຍັງມີພໍ່ຄ້າ ແມ່ຄ້າ ຕະຫຼາດນ້ຳ ອີກປະມານ ສິບກວ່າຄົນ ສຸດທ້າຍ ທີ່ຈອດເຮືອຢຶດໝັ້ນ ຢູ່ກັບຕະຫຼາດນ້ຳ. ອີງຕາມຄຳເວົ້າ ຂອງພໍ່ເຖົ້າ ຮຸ່ງ: “ຂີ່ເຮືອໄປຂາຍເຄື່ອງແບບນີ້ ບໍ່ໄດ້ກຳໄລຫຍັງ ດອກ, ພຽງແຕວ່າ ພວກຂ້າພະເຈົ້າລ່ອງລອຍ ຕາມແມ່ນ້ຳລຳເຊ ມາຕະຫຼອດຊີວິດ, ເຄີຍຊິນກັບການຢູ່ເທິງເຮືອແລ້ວ ຈຶ່ງຢ້ານການ ປ່ຽນແປງ, ພໍພວກຂ້າພະເຈົ້າເຖົ້າ ແກ່ໄປ, ຮອດລູກຫຼານຮຸ່ນໜຸ່ມ, ບາງທີພວກເຂົາ ອາດຈະບໍ່ຮູ້ຈັກວ່າ ຕະຫຼາດນ້ຳແມ່ນຫຍັງ!”.

ຈອກຊາໃນຕອນເຊົ້າ ຂອງ ພໍ່ເຖົ້າ ຮຸ່ງ ເບິ່ງຄືວ່າ ເຮັດໃຫ້ຫົວໃຈ ຂອງ ພວກຂ້າພະເຈົ້າຫົດຫູ່ລົງ. ພວກຂ້າພະເຈົ້າກັບຄືນໄປທີ່ ຫງ໊າ ນຳ, ປີນຂຶ້ນເທິງເສົາ ກະຈາຍສັນຍານໂທລະສັບເຄື່ອນທີ່ ເພື່ອສັງ ເກດ ເບິ່ງ, ສາຍນ້ຳ ສາຍໜຶ່ງທີ່ໄຫຼໄປ ກ່າເມົາ ຖືກຜັກຕົບ ປົກຄຸມ ຈົນໝົດ. ບໍລິເວນນັ້ນ, ຕັ້ງແຕ່ເກີດການແຜ່ລະບາດ ຂອງ ພະຍາດ ໂຄວິດ-19 ເປັນຕົ້ນມາ ບໍ່ມີເຮືອ ສັນຈອນໄປມາ ອີກເລີຍ.

ບໍລິເວນ ຫງ໊າໄບ໋, ຈຸດໄຂວ່ກັນ ຂອງແມ່ນໍ້າ 7 ສາຍ ແມ່ນບ່ອນ ເຕົ້າໂຮມ ຂອງຕະຫຼາດນໍ້າ ກ່ອນປີ 2019 ປັດຈຸບັນ ວ່າງເປົ່າ ແມ່ຄ້າ ຊາວຂາຍ. ພາບ: ຫງວຽນຖັ໋ງ/VNP

ພວກຂ້າພະເຈົ້າລ່ອງເຮືອຂຶ້ນຄອງ ສ໋າງຊ່ານໍ ໄປຕະຫຼາດນ້ຳ ຫງ໊າ ໄບ໋ (ຢູ່ຕາແສງ ຫງ໊າໄບ໋, ເທດສະບານ ຫງ໊າໄບ໋, ແຂວງ ເຮົ້າຢາງ). ອີງຕາມຂໍ້ມູນ ຈາກ ຄະນະກຳມະການ ປະຊາຊົນແຂວງ ເຮົ້າຢາງ, ຕະຫຼາດນ້ຳ ຫງ໊າໄບ໋ ຍັງຖືກເອີ້ນວ່າ ຕະຫຼາດນ້ຳ ຝຸ້ງຮຽບ, ມີຊື່ສຽງ ມາແຕ່ດົນນານ ດ້ວຍປະຫວັດຄວາມເປັນມາ ກວ່າຮ້ອຍປີ ແລະ ມີບັນຍາກາດການຊື້ຂາຍທີ່ ຄຶກຄື້ນທີ່ສຸດໃນເຂດທົ່ງພຽງແມ່ນ້ຳ ຂອງ. ຕະຫຼາດ ໄດ້ປະກົດເປັນຮູບເປັນຮ່າງ ໃນລະຫວ່າງປີ 1915, ຕັ້ງຢູ່ຈຸດ ໄຂວ່ກັນ ຂອງແມ່ນໍ້າ 7 ສາຍຄື: ກ໋າຍກົນ, ມາງກ໋າ, ບຸງ ເຕົ່າ, ຊ໋ອກຈັງ, ແສວໂມນ, ລ່າຍຮ໋ຽວ, ແສວວອງ.

ເມື່ອເບິ່ງຈາກເຮືອບິນ ບັງຄັບ, ບໍລິເວນພົບກັນຂອງແມ່ນ້ຳ 7 ສາຍ ມີພຽງແຕ່ເຮືອສັນຈອນໄປມາ, ເຮືອນຊານ ຢູ່ຕາມສອງຟາກ ຝັ່ງ ແມ່ນ້ຳ ໄດ້ຄັບຄາໜາແໜ້ນຂຶ້ນ, ໂດຍສະເພາະແມ່ນບໍ່ເຫຼືອ ຮ່ອງ ຮອຍ ຂອງ ຕະຫຼາດນ້ຳ ທີ່ມີຊື່ສຽງໃນອະດີດອີກແລ້ວ. ຢຸດພັກ ຢູ່ ຮ້ານຂາຍນ້ຳແຄມທາງ, ເມື່ອຖາມເຈົ້າຂອງຮ້ານ, ເພິ່ນໃຫ້ຂໍ້ ມູນ ສັ້ນໆ ວ່າ: ກ່ອນການແຜ່ລະບາດຂອງພະຍາດ ໂຄວິດ-19, ຕະ ຫຼາດ ໄດ້ຈັດຂຶ້ນຢູ່ຈຸດນີ້, ຕັ້ງແຕ່ນັ້ນ ມາຮອດປັດຈຸບັນ, ບໍ່ເຫັນມີ ໃຜມາຕະຫຼາດນ້ຳ ອີກເລີຍ.

ພວກຂ້າພະເຈົ້າ ໄດ້ເດີນທາງ ກັບຄືນສູ່ ເຂດເຂົ້າຂາວ ນ້ຳໃສ ເກິ່ນ ເທີ, ຍ່າງອ້ອມທ່າເຮືອ ນິງກ່ຽວ, ເຊິ່ງເປັນບ່ອນໃຫ້ ບໍລິການ ນັກ ທ່ອງທ່ຽວ ໄປທ່ຽວຊົມຕະຫຼາດນ້ຳ ກາ໋ຍຣັງ ກໍໄດ້ຮັບຂໍ້ມູນ ຈາກ ເຈົ້າຂອງເຮືອນຳທ່ຽວຄົນໜຶ່ງວ່າ ຕະຫຼາດນ້ຳ ຍັງຄົງມີຢູ່, ແຕ່ ເຮືອ ແພບໍ່ໄດ້ຫຼວງຫຼາຍຄືແຕ່ກ່ອນ, ເພາະວ່າຈິດວິນຍານ ຂອງຕະຫຼາດ ນ້ຳນັ້ນ ກໍຄືພໍ່ຄ້າແມ່ຄ້າລອຍນຳ້ ແຕ່ມາບັດນີ້ຄ່ອຍໆ ຫຼຸດໜ້ອຍຖອຍລົງ.

ຕະຫຼາດນໍ້າ ກ໋າຍຣັງ (ນະຄອນເກິ່ນເທີ) ຄຶກຄື້ນໄປດ້ວຍ ການເຄື່ອນໄຫວຕ່າງໆ ຊຶ່ງດຶງດູດນັກທ່ອງທ່ຽວ ຕັ້ງແຕ່ເວລາ 5-8 ໂມງເຊົ້າ.  ພາບ: ຫງວຽນຖັ໋ງ/VNP

ເວລາ 5 ໂມງເຊົ້າ, ພວກຂ້າພະເຈົ້າໄດ້ເຊົ່າເຮືອນຳທ່ຽວ ລຳໜຶ່ງ ອອກເດີນທາງ ຈາກທ່າເຮືອ ນິງກ່ຽວ ໄປຕະຫຼາດນ້ຳ ກ໋າຍຣັງ. ເຖິງແມ່ນວ່າ ຕາເວັນ ຍັງບໍ່ທັນຂຶ້ນ, ແຕ່ເທິງແມ່ນ້ຳ ເກິ່ນເທີ ກໍ່ ມີ ເຮືອນຳທ່ຽວ ຂົນສົ່ງ ນັກທ່ອງທ່ຽວ ໄປຊົມຕະຫຼາດນ້ຳ ຢ່າງຄຶກຄື້ນ ແລ້ວ. ຄົນຂັບເຮືອ ໃຫ້ພວກຂ້າພະເຈົ້າຊື່ວ່າ ຫງວຽນເຢືອກ, ຜູ້ທີ່ ຢຶດໝັ້ນ ກັບອາຊີບຂັບເຮືອສົ່ງນັກທ່ອງທ່ຽວ ອ້ອມຕະຫຼາດນ້ຳ ກວ່າ 20 ປີແລ້ວ. ນັ່ງຢູ່ເທິງເຮືອທີ່ໂອນເອນໄປມາ, ທ່ານ ເຢືອກ ເລົ່າວ່າ: “ຕະຫຼາດນ້ຳ ດຽວນີ້ແຕກຕ່າງຈາກແຕ່ກ່ອນຫຼາຍ. ໃນສະ ໄໝກ່ອນ, ຈຸດສູງສຸດ ຂອງການເຄື່ອນໄຫວ ຂອງຕະຫຼາດ ແມ່ນ ແຕ່ທ້ອງຟ້າຍັງບໍ່ແຈ້ງ ຈົນຮອດຄ້ອຍຄ່ຳ, ເຮືອນ້ອຍເຮືອໃຫຍ່ ບັນ ທຸກຜັກ ແລະ ໝາກໄມ້ ເຕັມສາຍນ້ຳ. ດຽວນີ້ການຄ້າຂາຍ ດ້ວຍ ທາງບົກ ສະດວກສະບາຍຫຼາຍຂຶ້ນ, ດັ່ງນັ້ນພໍ່ຄ້າແມ່ຄ້າລອຍນໍ້າ ຫຼາຍຄົນ ຈຶ່ງໄດ້ ຂຶ້ນໄປຂາຍເຄື່ອງຢູ່ເທິງບົກແລ້ວ”.

ພວກຂ້າພະເຈົ້າສັງເກດເຫັນວ່າ ຢູ່ຕະຫຼາດນ້ຳ ກ໋າຍຣັງ ເຫຼືອພຽງ ເຮືອໃຫຍ່ ປະມານ 20 ລຳ ທີ່ຂາຍສະເພາະຜະລິດຕະພັນກະເສດ ຕ່າງໆ. ທ່ານ ດັ້ງວັນນາມ, ພໍ່ຄ້າຢູ່ຕະຫຼາດນ້ຳ ຄົນໜຶ່ງກ່າວວ່າ ເຮືອຂອງພໍ່ຄ້າແມ່ຄ້າ ຢູ່ບ່ອນນີ້ ຂາຍພຽງແຕ່ ຜະລິດຕະພັນກະສິ ກຳ ທີ່ສາມາດເກັບຮັກສາ ໄວ້ໄດ້ດົນເຊັ່ນ: ໝາກອຶ, ໝາກນ້ຳ, ໝາກພ້າວ... ສ່ວນທີ່ເຫຼືອກໍ່ແມ່ນ ເຮືອນ້ອຍ ແລ່ນໄປມາ ຂາຍ ໝາກໄມ້ ໃຫ້ນັກທ່ອງທ່ຽວ. ທ່ານ ນາມ ກໍ່ຄືກັບ ພໍ່ເຖົ້າ ຮຸ່ງ, ພໍ່ເຖົ້າ ຮິງ ຢູ່ຕະຫຼາດນ້ຳ ຫງ໊ານຳ, ໄດ້ເຄີຍຊິນກັບຊີວິດການເປັນ ພໍ່ ຄ້າ ລອຍນ້ຳ, ຖືເຮືອຄືບ້ານ, ແມ່ນ້ຳ ເກິ່ນເທີ ຄືບ້ານເກີດ, ຈຶ່ງລັງເລ ທີ່ ຈະຂຶ້ນບົກ. ທ່ານ ນາມ ຫາຍໃຈຍາວໆ ແລ້ວກ່າວວ່າ: “ແລ້ວມື້ ໜຶ່ງ ກໍ່ຄົງຕ້ອງປະເຮືອຂຶ້ນບົກ ຫາອາຊີບ ອື່ນເພື່ອການລ້ຽງຊີບ, ເພາະວ່າ ດຽວນີ້ຂາຍເຄື່ອງ ຢູ່ ຕະຫຼາດນ້ຳ ຂາຍບໍ່ອອກ!”. 

ນັກທ່ອງທ່ຽວ ຊີມລົດຊາດ ຂອງ ລາຍການອາຫານ ເຂົ້າຊອຍ ຢູ່ຕະຫຼາດນໍ້າ ກ໋າຍຣັງ. ພາບ: ເລມິງ/VNP
ນັກທ່ອງທ່ຽວ  ຊື້ໝາກໄມ້ຢູ່ຕະຫຼາດນໍ້າ ກ໋າຍຣັງ. ພາບ: ເລມິງ/VNP

ພວກຂ້າພະເຈົ້າ ໄດ້ແວ່ເຂົ້າໄປ ໃນເຮືອ ຂອງ ແມ່ເຖົ້າ ຫງວຽນທິ ກິມເຈືອງ, ຜູ້ທີ່ໃຫ້ບໍລິການເຄື່ອງດື່ມ ຢູ່ຕະຫຼາດນ້ຳ ກ໋າຍຣັງ. ແມ່ ເຖົ້າ ເຈືອງ ບອກວ່າ ຖ້າແຕ່ກ່ອນ ມີເຮືອນ້ອຍເຮືອໃຫຍ່ ຊື້ ຂາຍ ຜະລິດຕະພັນກະສິກຳ ຢ່າງຄຶກຄື້ນ, ແຕ່ດຽວນີ້ ໄດ້ປ່ຽນແທນ ດ້ວຍເຮືອຂົນສົ່ງນັກທ່ອງທ່ຽວ. ໃນແຕ່ລະວັນ, ເຮືອນ້ອຍທີ່ຂາຍ ກາເຟ, ນໍ້າຊາ, ນ້ຳເຕົ້າຮູ້... ຂອງແມ່ເຖົ້າ ກໍ່ຂາຍໄດ້ ໃຫ້ແກ່ນັກ ທ່ອງທ່ຽວ ສອງສາມສິບຄົນ, ເຖິງວ່າຈະບໍ່ຫຼາຍປານໃດ ແຕ່ກໍ່ພໍຢູ່ພໍ ກິນແລ້ວມື້ ແລ້ວວັນ.

ອີງຕາມຂໍ້ມູນ ຈາກຄະນະກຳມະການ ປະຊາຊົນ ນະຄອນ ເກິ່ນ ເທີ, ແຕ່ປີ 2016, ທາງນະຄອນ ໄດ້ຜັນຂະຫຍາຍ ໂຄງການ “ອະ ນຸລັກ ແລະ ພັດທະນາ ຕະຫຼາດນ້ຳ ກ໋າຍຣັງ”. ໃນປີ 2024, ຂະ ແໜງການທ່ອງທ່ຽວ ຍັງສືບຕໍ່ ໃຫ້ຄຳແນະນຳ ກ່ຽວກັບໂຄງການ ອະນຸລັກຕະຫຼາດນ້ຳ ກ໋າຍຣັງ; ສ້າງ “ມະຕິ ກຳນົດນະໂຍບາຍ ຊ່ວຍໜູນພັດທະນາ ການທ່ອງທ່ຽວ ນະຄອນ ເກິ່ນເທີ ຮອດປີ 2030”, ໃນນັ້ນ ສຸມໃສ່ພັດທະນາ ການທ່ອງທ່ຽວຕະຫຼາດນ້ຳ ກ໋າຍຣັງ. ມາຮອດປັດຈຸບັນ, ນະຄອນ ເກິ່ນເທີ ໄດ້ຈັດງານບຸນ ທ່ອງທ່ຽວ ວັດທະນະທຳ ຕະຫຼາດນ້ຳ ກາ໋ຍຣັງ 7 ຄັ້ງ ເພື່ອໂຄສະນາ ແລະ ກະຕຸ້ນການທ່ອງທ່ຽວ. 


ນັກຄົ້ນຄວ້າ ວັດທະນະທໍາ ຫຼາຍຄົນ ໃຫ້ຂໍ້ສັງເກດວ່າ “ຈິດວິນຍານ ຂອງຕະຫຼາດນ້ຳ ແມ່ນພໍ່ຄ້າແມ່ຄ້າລອຍນໍ້າ”. ທ່ານ ປອ ເຈິ່ນຫື້ວຮຽບ, ຮອງ ປະທານ ສະມາຄົມທ່ອງທ່ຽວ ເຂດທົ່ງພຽງແມ່ນ້ຳຂອງ ໃຫ້ຂໍ້ສະ ເໜີແນະວ່າ “ຖ້າພວກເຮົາ ຈັດຕັ້ງ ຕະຫຼາດນ້ຳໄດ້ດີ ດ້ວຍການ ເຄື່ອນໄຫວ ຊື້ ຂາຍ ຂອງພໍ່ຄ້າແມ່ຄ້າລອຍນໍ້າ, ເຊື່ອມໂຍງ ກັບ ການທ່ຽວຊົມ, ຄຸນຄ່າຂອງຕະຫຼາດນ້ຳ ກໍ່ຈະຍັງຄົງຢູ່ຄືເກົ່າ ແລະ ຈະຍິ່ງ ໄດ້ຮັບການເສີມຂະຫຍາຍ”. 

ບົດ: ທົງທ້ຽນ - ພາບ: ຫງວຽນຖັ໋ງ, ເລມິງ, ທົງທ້ຽນ - ແປໂດຍ: ບິກລຽນ


top