ຂ່າວສານ

ຕະຫຼາດນັດເຂດພູສູງຈະແມ່ນ ຈຸດພົ້ນເດັ່ນໃນເດືອນ “ສີສັນບັນດາເຜົ່າຫວຽດນາມ ”

      ແຂກມາຊົມຈະໄດ້ຮັບຟັງລາຍການສິລະປະພື້ນເມືອງ, ຊົມຮູບຖ່າຍ40ແຜ່ນດ້ວຍຫົວຂໍ້ວ່າ ສີສັນວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ

ພາບປະກອບ(TTXVN)
      ບັນດາການເຄື່ອນໄຫວ ໃນເດືອນ ເມສາ 2019 ດ້ວຍຫົວຂໍ້ວ່າ ສີສັນບັນດາເຜົ່າຫວຽດນາມ ” ຈະໄດ້ດຳເນີນໄປໃນລະຫວ່າງວັນ 1 ເມສາ - 2  ພຶດສະພາ ຢູ່ ບ້ານວັນທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ. ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ປະກອບສ່ວນໃນການເຊີດຊູວັນວັດທະນະທຳບັນດາເຜົ່າ ຫວຽດນາມ (19 ເມສາ).
            ສິ່ງພົ້ນເດັ່ນໃນເດືອນ ເມສາ ປີ 2019 ແມ່ນໄດ້ດຳເນີນ ໃນໂອກາດພັກວັນບຸນ 30 ເມສາ ແລະ 1 ພຶດສະພາ ດ້ວຍຫົວຂໍ້ວ່າ “ຕະຫຼາດນັດເຂດພູສູງ - ສີສັນ ລາຍເຈົາ”. ຕະຫຼາດນັດເຂດພູສູງຈະສ້າງບັນຍາກາດທີ່ດູດດືມຕໍ່ແຂກມາຕະຫຼາດ ແລະ ເຂົາເຈົ້າຈະໄດ້ຊິມອາຫານພິເສດ, ອາຫານທີ່ມີຊື່ສຽງ, ຊອກຮູ້ວັດທະນະທຳ, ເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງບັນດາເຜົ່າຄື: ໂມ້ງ,ຢ້າວ…ຄຽງຄູ່ກັນນັ້ນ, ແຂກມາຊົມຈະໄດ້ຮັບຟັງລາຍການສິລະປະພື້ນເມືອງ, ຊົມຮູບຖ່າຍ 40 ແຜ່ນດ້ວຍຫົວຂໍ້ວ່າ “ສີສັນວັດທະນະທຳເຂດທາງທິດຕາເວັນຕົກສ່ຽງເໜືອ”.
            ງານບຸນວັດທະນະທຳບັນດາເຜົ່າ ຫວຽດນາມ ປີ 2019 ກໍ່ໄດ້ດຳເນີນໄປໃນລະຫວ່າງວັນທີ 19 - 21 ເມສາ ຢູ່ບ້ານວັນທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ໃນເທດສະບານ ເຊີນໄຕ, ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)


top