ຂ່າວສານ

ຕະຫລາດແຮງງານ ຫວຽດນາມ ມີການປັບປຸງຫລາຍຢ່າງໃນໄຕມາດ 3 ປີ 2020

ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.

ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ, ວຽກເຮັດງານທຳໄຕມາດ 3  ແລະ 9 ເດືອນຕົ້ນປີ 2020 (ພາບ: VGP)

ທີ່ກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບແຮງງານ, ວຽກເຮັດງານທຳໄຕມາດ 3  ແລະ 9 ເດືອນຕົ້ນປີ 2020, ຕອນເຊົ້າວັນທີ 06 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິເຮືອງ,  ຫົວໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ໃນໄຕມາດ 3, ບັນດາຂະແໜງການຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນຜົນກະທົບຂອງໂລກລະບາດໂຄວິດ-19 ລ້ວນແຕ່ມີສັນຍານເຕີບໂຕຄືນໃໝ່. ສະພາບແຮງງານ, ວຽກເຮັດງານທຳ ແລະ ລາຍຮັບຂອງຊາວຜູ້ອອກແຮງງານໃນໄຕມາດ 3 ປີ 2020 ກໍ່ໄດ້ຮັບການປັບປຸງດີຂຶ້ນເມື່ອທຽບໃສ່ໄຕມາດ 2. ໄລ່ຮອດເດືອນ ກັນຍາ ປີ 2020, ຫວຽດນາມ ມີ 31,8 ລ້ານຄົນໃນເກັນອາຍຸ 15 ປີຂຶ້ນໄປຖືກຜົນສະທ້ອນຫຍໍ້ທໍ້ຍ້ອນໂລກລະບາດໂຄວິດ-19, ໃນນັ້ນ ຜູ້ມີລາຍຮັບຖືກຫລຸດລົງກວມເອົາ 69%.

        ທ່ານນາງ Valentina Barcuci, ຮອງຫົວໜ້າອົງການແຮງງານສາກົນປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຕົວເລກສະຖິຕິແມ່ນມາດຕະການຊ່ວຍໃຫ້ມີຄຳຕອບກ່ຽວກັບສະພາບແຮງງານ ແລະ ວຽກເຮັດງານທຳ; ພ້ອມທັງ ຊ່ວຍທົບທວນຄືນຜົນສະທ້ອນຈາກໂລກລະບາດໂຄວິດ-19 ທີ່ມີຕໍ່ຊາວຜູ້ອອກແຮງງານ ຄືແນວໃດໃນຊຸມເດືອນຜ່ານມາ. ອົງການແຮງງານສາກົນປະຈຳ ຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບກົມໃຫຍ່ສະຖິຕິໃນການສຳຫລວດແຮງງານ ແລະ ວຽກເຮັດງານທຳໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top