ຂ່າວສານ

ຕະຫລາດອະສັງຫາລິມະຊັບ ຫວຽດນາມ ພວມກາຍເປັນ “ຈຸດໝາຍປາຍທາງ” ຂອງບັນດານັກລົງທຶນທົ່ວໂລກ

      ວັນທີ 27 ຕຸລາ, ເວັບໄຊ www.businesstimes.com.sg (ໜັງສືພິມການເງິນລາຍວັນພາສາອັງກິດ ມີສຳນັກງານຕັ້ງຢູ່ ສິງກະໂປ) ໃຫ້ຮູ້ວ່າ: ບັນດານັກລົງທຶນໂລກ ມີຄວາມສົນໃຈທີ່ສຸດເຖິງ ຫວຽດນາມ ເມື່ອມຸ່ງໄປເຖິງບັນດາຕະຫລາດຫາກໍ່ພົ້ນເດັ່ນທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ.
        ຕາມເວັບໄຊນີ້, ປັດໄຈຊຸກຍູ້ການເຕີບໂຕເສດຖະກິດຢ່າງແຮງຂອງ ຫວຽດນາມ ຍ້ອນຄົນຊັ້ນກາງພວມນັບມື້ນັບເພີ່ມຂຶ້ນ. ການຫັນເປັນຕົວເມືອງຢ່າງວ່ອງໄວ ພວມໄດ້ຮັບການໜູນຊ່ວຍຈາກປະຊາກອນໜຸ່ມ, ມີຄວາມຮູ້. ບັນດາປັດໄຈທັງໝົດນີ້ ພວມແມ່ນສັນຍານທີ່ດີຕໍ່ພື້ນຖານເສດຖະກິດ ຫວຽດນາມ, ເຊິ່ງເຄີຍມີລະດັບການເຕີບໂຕ GDP ໄວທີ່ສຸດໃນໂລກ. ທະນາຄານໂລກ (WB) ຄາດຄະເນວ່າ: GDP ຂອງ ຫວຽດນາມ ຈະເຕີບໂຕ 6,8% ໃນປີ 2018. ຍ້ອນສິ່ງນີ້ເອງ ໄດ້ກະຕຸກຊຸກຍູ້ບັນດານັກລົງທຶນທົ່ວໂລກຊອກຫາຂີດໝາຍຂອງຕົນໃນຕະຫລາດອະສັງຫາລິມະຊັບພວມພັດທະນາຢູ່ ຫວຽດນາມ. ໃນ 3 ປີຜ່ານມາ, ການລົງທຶນຕ່າງປະເທດເຂົ້າຕະຫລາດອະສັງຫາລິມະຊັບ ຫວຽດນາມ ໄດ້ ແລະ ພວມເພີ່ມຂຶ້ນໃນແຕ່ລະປີ.
 (ແຫຼ່ງຄັດຈາກ VOV)
 


top