ຂ່າວສານ

ຕອບສະໜອງເຫດການມອດໄຟເພື່ອໜ່ວຍໂລກ 2021

      ເປົ້າໝາຍຂອງການມອດໄຟເພື່ອໜ່ວຍໂລກ 2021 ແມ່ນມຸ່ງໄປເຖິງສາຍສຳພັນລະຫວ່າງມະນຸດ ແລະ ທຳມະຊາດ
 
ຕາມແຫຼ່ງຂ່າວຈາກສູນອຸນຫະພູມລະບົບໄຟຟ້າແຫ່ງຊາດຫວຽດນາມ ແລ້ວ, ຜ່ານການຕິດຕາມກ່ຽວກັບການນຳໃຊ້ໄຟຟ້າ, ພາຍຫຼັງມອດໄຟເປັນເວລາ 1 ຊົ່ວໂມງ ເພື່ອຕອບສະໜອງບັ້ນມອດໄຟເພື່ອໜ່ວຍໂລກ 2021 (ນັບແຕ່ເວລາ 20 ໂມງ 30 ນາທີ ຂອງວັນທີ 27 ມີນາ 2021), ທົ່ວປະເທດປະຢັດແຫຼ່ງໄຟຟ້າໄດ້ 353.000 ກີໂລວັດ (ທຽບກັບຈຳນວນເງິນປະມານ 650 ລ້ານດົ່ງ).

      ປີນີ້, ບັ້ນມອດໄຟເພື່ອໜ່ວຍໂລກ 2021 ມີຫົວຂໍ້ວ່າ “Speak up for Nature”- “ອອກສຽງເພື່ອທຳມະຊາດ”. ເປົ້າໝາຍຂອງການມອດໄຟເພື່ອໜ່ວຍໂລກ 2021 ແມ່ນມຸ່ງໄປເຖິງສາຍສຳພັນລະຫວ່າງມະນຸດ ແລະ ທຳມະຊາດ, ເພື່ອຈາກນັ້ນມີບັນດາການກະທຳ ແລະ ການປະກອບສ່ວນຢ່າງລະອຽດ ເພື່ອແນໃສ່ແກ້ໄຂບັນດາບັນຫາສິ່ງແວດລ້ອມທີ່ໃຫຍ່ຫຼວງໃນປະຈຸບັນ.

      ບັ້ນມອດໄຟເພື່ອໜ່ວຍໂລກ 2021 ໄດ້ດຳເນີນໃນຂອບຂະໜາດທົ່ວໂລກໃນເວລາ 20 ໂມງ 30 ນາທີ ຂອງວັນທີ 27 ມີນາ.
 (ແຫຼ່ງຄັດຈາກ VOV)

top