ຂ່າວສານ

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ສະ​ພາ​ແຫ່ງ​ຊາດ​ເລີ່ມ​ຕົ້ນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ

ຕອນບ່າຍວັນທີ 7 ມິຖຸນາ, ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມ. ວາລະຊັກຖາມຂອງສະພາແຫ່ງຊາດໄດ້ດຳເນີນມາເປັນເວລາ 2ມື້ເຄິ່ງ, ເລີ່ມຕົ້ນແຕ່ຕ່ອນບ່າຍວັນທີ 7 ມິຖຸນາ ຈົດໝົດວັນທີ 9 ມິຖຸນາ.
  ບັນດາການນຳຈະຕອບຄຳຊັກຖາມ (ພາບ: VOV)  

 ຜ່ານການລວບລວມຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ບັນດາໝວດບັນຫາໄດ້ເລືອກເອົາມາຄຳຊັກຖາມຢູ່ກອງປະຊຸມຄັ້ງນີ້ລວມມີ: ການເງິນ, ທະນາຄານ, ການຄົມມະນາຄົມ ແລະ ຂົນສົ່ງ, ກະສິກຳ ແລະ ພັດທະນາຊົນນະບົດ. ວາລະຊັກຖາມສຸດທ້າຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງວຽກງານບໍລິຫານຂອງລັດຖະບານ. ພາຍຫຼັງວາລະຊັກຖາມ, ສະພາແຫ່ງຊາດຈະປະກາດໃຊ້ມະຕິເພື່ອຍົກສູງປະສິດທິຜົນການປະຕິບັດ, ເປັນພື້ນຖານເພື່ອຕິດຕາມການປະຕິບັດ.

ໝວດບັນຫາຂຶ້ນກັບຂົງເຂດກະສິກຳ ແລະພັດທະນາຊົນນະບົດ ໂດຍທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ ຕອບຄຳຊັກຖາມ, ໝວດບັນຫາຂຶ້ນກັບຂົງເຂດການເງິນ ໂດຍທ່ານ ລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟິກ ຕອບຄຳຊັກຖາມ, ໝວດບັນຫາຂຶ້ນກັບຂົງເຂດທະນາຄານ ໂດຍ ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງຊາດ ຕອບຄຳຊັກຖາມ, ໝວດບັນຫາຂຶ້ນກັບຂົງເຂດຄົມມະນາຄົມ ແລະ ຂົນສົ່ງ ໂດຍທ່ານ ຫງວຽນວັນເທ໊ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງຕອບຄຳຊັກຖາມ.


top