ຂ່າວສານ

ຕອນເຊົ້າວັນທີ 29 ເມສາ, ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ

      ຮອດ ເວລາ 6 ໂມງ ເຊົ້າຂອງວັນທີ 29 ເມສາ, ກະຊວງສາທາລະນະສຸກ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19ໃໝ່ຕື່ມອີກ. 

ອັບເດັດສະພາບການໂລກລະບາດ Covid – 19 ຢູ່ ຫວຽດນາມໃນຕອນເຊົ້າວັນທີ 29 ເມສາ
(ພາບ: TTXVN)
      ດັ່ງນັ້ນ, 5 ວັນທີ່ຜ່ານມາ ຫວຽດນາມບໍ່ປະກົດມີຜູ້ຕິດເຊື້ອໃໝ່ຕື່ມອີກ ແລະ 13 ວັນຕິດຕໍ່ກັນແມ່ນບໍ່ມີຜູ້ຕິດເຊື້ອໃນຊຸມຊົນ. ຍອດຈຳນວນຜູ້ຕິດເຊື້ອ ຢູ່ ຫວຽດນາມຍັງແມ່ນ 270 ຄົນຄືເກົ່າ, ໃນນັ້ນມີ 221 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ຍັງເຫຼືອພຽງ 49 ຄົນພວມໄດ້ຮັບການປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ.
 (ແຫຼ່ງຄັດຈາກ VOV)

top