ຂ່າວສານ

ຕອນເຊົ້າວັນທີ 19 ສິງຫາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ

      ໄລ່ຮອດເວລາ 6 ໂມງຂອງວັນທີ 19 ສິງຫາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງແມ່ນ 989 ຄົນຄືເກົ່າ.
ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງຂອງວັນທີ 19 ສິງຫາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ຍັງແມ່ນ 989 ຄົນຄືເກົ່າ. ໃນນັ້ນ, ຈຳນວນຜູ້ຕິດເຊື້ອພະຍາດໃນຊຸມຊົນແມ່ນ 649 ຄົນ.
        ຕາມບົດລາຍງານຂອງອະນຸກຳມະການປິ່ນປົວຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ຜູ້ຕິດເຊື້ອພະຍາດໂຄວິດ- 19 ໄດ້ຮັບການປິ່ນປົວຫາຍດີແມ່ນ 525 ຄົນ, ມີ 26 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)


top