ຂ່າວສານ

ຕອນຄ່ຳວັນທີ 23 ພຶດສະພາ, ດຳເນີນພິທີອັດ SEA Games 31

ຕອນຄ່ຳວັນທີ 23 ພຶດສະພາ, SEA Games 31 ໄດ້ອັດລົງຢ່າງເປັນທາງການ ດ້ວຍພິທີອັດດຳເນີນຢູ່ຫໍແລ່ນ ແລະ ລານໃນຮົ່ມ ມິ້ດິ່ງ, ຮ່າໂນ້ຍ. VOV ໄດ້ຖ່າຍທອດສົດພິທີອັດນັບແຕ່ເວລາ 20 ໂມງ.
  ພາບປະກອບ  

 ດ້ວຍຫົວຂໍ້ “ເຕົ້າໂຮມເພື່ອສ່ອງແສງສະຫວ່າງ - Gather to shine”, ພິທີອັດ SEA Games 31 ໄດ້ແບ່ງເປັນ 3 ພາກ: ພາກທີ 1 “ຮ່າໂນ້ຍຂອງຂ້າພະເຈົ້າ, ຄວາມຮັກຂອງເພື່ອນມິດ” ມີສານທີ່ວ່າ: ນະຄອນຫຼວງ ຮ່າໂນ້ຍ, ເຂດດິນແດນແຫ່ງອະລິຍະທຳນັບພັນປີ” ດ້ວຍບັນດາບົດເພງກ່ຽວກັບຮ່າໂນ້ຍ. ພາກທີ 2 “ເຕົ້າໂຮມ” - ນີ້ແມ່ນພາກຕົ້ນຕໍຂອງພິທີອັດ ເລີ່ມຕົ້ນດ້ວຍພິທີເຄົາລົບທຸງ, ການເດີນຂະບວນຂອງ 11 ປະເທດ, 40 ປະເພດກິລາ, ກຸ່ມກຳມະການ ແລະ ນັກອາສາສະໝັກ. ພ້ອມກັນນັ້ນແມ່ນບັນດາຮູບພາບໜ້າປະທັບໃຈທີ່ສຸດໃນ 12 ວັນດຳເນີນການແຂ່ງຂັນໃນ SEA Games 31. ຖັດຈາກນັ້ນແມ່ນບົດກ່າວປາໄສສະຫຼຸບຂອງທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ SEA Games 31; ປະກາດອັດ SEA Games 31 ຂອງການນຳລັດຖະບານແຫ່ງ ສສ. ຫວຽດນາມ ແລະ ພິທີຊັກທຸງລົງ, ມອດທ້ວນໄຟ. ຈຸດພົ້ນເດັ່ນໃນລາຍການນີ້ແມ່ນພິທີມອບທຸງລະຫວ່າງສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ໃຫ້ແກ່ ກຳປູເຈຍ - ປະເທດເຈົ້າພາບຈັດ SEA Games 32 (ຄາດວ່າໃນປີ 2023); ພ້ອມກັນນັ້ນແມ່ນລາຍການສະແດງສິລະປະຂ່ຳນັບຊົມເຊີຍຂອງປະເທດ ກຳປູເຈຍ, ດ້ວຍວາດພ້ອນ Apsara - ເປັນສັນຍາລັກຂອງວັດທະນະທຳ, ຈິດໃຈ ແລະ ສີສັນຂອງຊາວ ຂະແມ.


top