ເຖິງວ່າ ອີຢູ ຖືກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ແມ່ນ “ອົງການກໍ່ການຮ້າຍ” ກໍ່ຕາມ ແຕ່ສິ່ງດັ່ງກ່າວກໍ່ບໍ່ໝາກຄວາມວ່າ ແມ່ນການຍຸບເລິກການເຈລະຈາກັບ ເຕເຮຣານ.
ທ່ານ Recep Tayyip Erdogan ປະທານາບໍດີ ຕວກກີ ( ພາບ: AHMAD AL-RUBAYE/Pool via REUTERS)
ວັນທີ 30 ມັງກອນ, ໃນການໂອ້ລົມທາງໂທລະສັບກັບທ່ານ Masoud Pezeshkian ປະທານາບໍດີ ອີຣານ, ທ່ານ Recep Tayyip Erdogan ປະທານາບໍດີ ຕວກກີ ຢືນຢັນວ່າ ປະເທດນີ້ ພ້ອມແລ້ວທີ່ຈະສວມບົດບາດເປັນກາງໄກ່ເກ່ຍເພື່ອຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງລະຫວ່າງ ອີຣານ ແລະ ອາເມລິກາ. ທ່ານ Erdogan ເນັ້ນໜັກວ່າ ຕວກກີຈະຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ ແລະ ແກ້ໄຂບັນດາບັນຫາລະຫວ່າງສອງປະເທດ. ໃນວັນດຽວກັນ, ກ່າວຄຳເຫັນທີ່ການປະຊຸມຂ່າວກັບທ່ານ Abbas Araghchi, ຜູ້ຮ່ວມຕຳແໜ່ງ ອີຣານ, ທ່ານ Hakan Fidan ລັດຖະມົນຕີການຕ່າງປະເທດ ຕວກກີ ຢືນຢັນວ່າ: “ການເຊື່ອມຕໍ່ບັນດາການເຈລະຈານິວເຄຼຍລະຫວ່າງ ອີຣານ ແລະ ອາເມລິກາ ແມ່ນສິ່ງຈຳເປັນ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ”.
ໃນຂະນະນັ້ນ, ທ່ານ Antonio Tajani ລັດຖະມົນຕີການຕ່າງປະເທດ ອີຕາລີ ພັດຖືວ່າ: ເຖິງວ່າ ອີຢູ ຖືກຳລັງພິທັກປະຕິວັດອິດສະລາມ ອີຣານ (IRGC) ແມ່ນ “ອົງການກໍ່ການຮ້າຍ” ກໍ່ຕາມ ແຕ່ສິ່ງດັ່ງກ່າວກໍ່ບໍ່ໝາກຄວາມວ່າ ແມ່ນການຍຸບເລິກການເຈລະຈາກັບ ເຕເຮຣານ. ທ່ານລັດຖະມົນຕີການຕ່າງປະເທດ Tajani ເນັ້ນໜັກວ່າ: “ອີຢູ ຍັງຕ້ອງຮັກສາບັນດາຊ່ອງທາງໂອ້ລົມສົນທະນາ ເພື່ອແກ້ໄຂບັນດາບັນຫາພາກພື້ນ”.