ບົດລະຄອນ “ດ້ຽນບຽນ ຮຽກຫາ” ແມ່ນບົດເພງສະຫງ່າ ຜ່າເຜີຍ ກ່ຽວກັບ ລັດທິວິລະຊົນ ປະຕິວັດ, ສະທ້ອນໃຫ້ເຫັນ ບັ້ນຮົບ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ, ສະເທືອນດິນ”. ບົດລະຄອນ ໄດ້ສັນລະເສີນ ນໍ້າໃຈອົງອາດກ້າຫານ, ກ້າແກ່ນຂອງກອງທັບ ແລະ ປະຊາຊົນ ຫວຽດນາມ, ພ້ອມທັງສະແດງຄວາມເອກອ້າງທະນົງໃຈຂອງຊາດ ແລະ ຄວາມຕັດສິນໃຈປົກປັກຮັກສາປະເທດຊາດ.
ຮູບພາບບັນດານັກຮົບຢຶດ ເນີນ A1. ພາບ: ກົງດາດ/VNP .
ບົດລະຄອນ “ດ້ຽນບຽນ ຮຽກຫາ” ໂດຍໂຮງລະຄອນກອງທັບ ສັ່ງຜູ້ກຳກັບການສະແດງ, ນັກສິລະປິນ ເລຮຸ່ງ ເປັນຜູ້ປະຕິບັດ. ທີມ ປະດິດແຕ່ງ ໄດ້ປ່ຽນປະເພດ ຈາກບົດບັນທຶກຄວາມຊົງຈຳ ມາ ເປັນບົດລະຄອນ ກ່ຽວກັບຫົວຂໍ້ ກຳລັງປະກອບອາວຸດ ແລະ ສົງ ຄາມປະຕິວັດ ຂອງ ຮສຈ. ປອ ຫງວຽນເຕິ໋ດຖັງ. ເປັນເວລາເກືອບ 2 ເດືອນ ຜ່ານມາ, ບັນດາ ນັກສິລະປິນ, ນັກສະແດງ ຂອງ ໂຮງ ລະຄອນ ໄດ້ຮີບຮ້ອນຝຶກຊ້ອມ ທັງກາງເວັນ ແລະ ກາງຄືນ ເພື່ອ ໃຫ້ບົດລະຄອນມີຄຸນຄ່າ ທາງດ້ານສິລະປະສູງ ແລະ ສາມາດນຳ ມາສະເໜີຕໍ່ທ່ານຜູ້ຊົມ ທັນກັບໂອກາດ ສະເຫຼີມສະຫຼອງ 70 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ.
“ດ້ຽນບຽນ ຮຽກຫາ” ຖ່າຍຈາກສ່ວນໜຶ່ງ ໃນຊີວິດ ຂອງ ແຮງ ງານ ເກນຍິງ, ນາງພະຍາບານ ຫງວຽນທິຟອງລານ. ໃນຕອນຕົ້ນ ຂອງ ບົດລະຄອນ ແມ່ນຮູບພາບກ່ຽວກັບໝູ່ບ້ານ ເຕ່ (ໝູ່ບ້ານ ໜຶ່ງ ທີ່ຖືກທະຫານ ຝຣັ່ງ ຢຶດຄອງ ແລະ ຄວບຄຸມກ່ອນປີ 1954), ເມື່ອມີບັນດາກອງທະຫານ ແລະ ແຮງງານເກນ ໄປຍັງ ດ້ຽນບຽນ ໄດ້ຜ່ານບ້ານນີ້ ຈະໄດ້ຮັບການຊ່ວຍເຫຼືອ ແລະ ນຳທາງເພື່ອຫຼີກ ເວັ້ນການຕິດຕາມຂອງສັດຕູ ຈາກປະຊາຊົນ, ໂດຍສະເພາະ ແມ່ນຊາວໜຸ່ມ ເຊັ່ນ: ທ້າວ ວິງ, ທ້າວ ລອງ ແລະ ນາງ ລານ.
ໜີອອກຈາກໝູ່ບ້ານ ເຕ່, ທ້າວ ລອງ ໄປຕາມການປະຕິວັດ, ເຂົ້າຮ່ວມບັ້ນຮົບ ດ້ຽນບຽນຝູ ດ້ວຍຄຳໝັ້ນສັນຍາກັບນາງ ລານ ຈະກັບມາ ແລະ ແຕ່ງງານ ຢູ່ດິນແດນ ດ້ຽນບຽນ ພາຍຫຼັງໄດ້ຮັບ ໄຊຊະນະ. ພາຍຫຼັງມ້ຽນມັດວຽກບ້ານການເຮືອນ ຂອງຕົນ, ລານ ກໍ່ໄດ້ຜ່ານປ່າ, ຂ້າມພູ, ແມ່ນໍ້າເພື່ອເຂົ້າຮ່ວມກຸ່ມແຮງງານເກນ ມຸ່ງໜ້າໄປຫາ ດ້ຽນບຽນ.
ໃນເວລາເກືອບ 2 ເດືອນ, ລານ ທັງໄດ້ເຂົ້າຮ່ວມກຸ່ມຂົນສົ່ງ, ທັງໄດ້ຮັບໃຊ້ວຽກງານ ປິ່ນປົວຄົນເຈັບ ຢູ່ບັນດາ ໂຮງໝໍເສນາຮັກ. ລຽບຕາມເສັ້ນທາງໄປຫາ ດ້ຽນປຽນ, ລານ ໄດ້ພົບປະ ແລະ ເຫັນ ກັບຕາ ບັນດາຜູ້ຄົນ ໄດ້ປະກອບສ່ວນກຳລັງແຮງ, ຄວາມເຊື່ອ ໝັ້ນຂອງຕົນ ໃຫ້ການຕໍ່ສູ້ ກູ້ຊາດ ຈົນເຖິງມື້ໄດ້ຮັບໄຊຊະນະ.
ພິເສດແມ່ນຮູບພາບ ຂອງ ບັນດາແຮງງານເກນຍິງ ຈາກທຸກ ທ້ອງຖິ່ນທີ່ບັນທຸກເຂົ້າສານ ແລະ ສະບຽງອາຫານ ຢ່າງບໍ່ຮູ້ອິດ ເມື່ອຍ ໂດຍບໍ່ຫົວຊາເຖິງຄວາມອັນຕະລາຍ, ເອົາຊະນະລູກລະ ເບີດ ແລະ ລູກປືນຂອງສັດຕູ ເພື່ອຂົນສົ່ງສິນຄ້າ ຕາມຄວາມຮຽກຮ້ອງຕ້ອງການຂອງ ບັ້ນຮົບ. ແລະ ໃນຕະຫຼອດເວລາຂອງການເດີນທາງ, ຜູ້ຄົນຍັງສາມາດໄດ້ຍິນ ສຽງເພງ, ສຽງຫົວ ຂອງເຂົາເຈົ້າ ທີ່ເຕັມໄປດ້ວຍ ຄວາມມ່ວນຊື່ນ, ຄວາມເຊື່ອໝັ້ນຕໍ່ອະນາຄົດ.
ເວທີສະແດງ ປະກົດຂຶ້ນພາບພົດບັ້ນຮົບ ດ້ຽນບຽນຝູ ທີ່ຮ້ອນເໝືອນ ດັ່ງ ໝໍ້ຂາງໄຟ ໃນໄລຍະສຸດທ້າຍ ຂອງການຕໍ່ສູ້, ລັກສະນະຊື່ຕົງ ໃນການ ອອກແບບສິລະປະ ພ້ອມກັບການລົງທຶນຢ່າງລະອຽດ ແລະ ມີປະສິດທິ ຜົນ ກ່ຽວກັບສຽງຄື ສຽງປືນ ແລະ ສຽງປືນໃຫຍ່ ດັງສະໜັ່ນ... ໄດ້ນຳມາ ຄວາມຮູ້ສຶກຫຼາຍຢ່າງໃຫ້ແກ່ຜູ້ຊົມ.
ສາມາດເວົ້າໄດ້ວ່າ ດ້ວຍການສະແດງຢ່າງຊື່ຕົງ ແລະ ມີຊີວິດຊີວາ, ບັນດາຕົວລະຄອນ ໄດ້ພາຜູ້ຊົມໄປສູ່ ສະຖານທີ່ແຫ່ງຄວາມຊົງຈໍາ. ເຖິງ ແມ່ນວ່າ ບົດລະຄອນ ຈະສິ້ນສຸດລົງ ດ້ວຍການເສຍສະລະ ຂອງລານ-ແຮງງານເກນຍິງ, ນາງພະຍາບານ ທີ່ກ້າຫານ, ຜ່ານຜ່າອັນ ຕະລາຍຕ່າງໆ ເພື່ອເຮັດສໍາເລັດໜ້າທ່ີ, ປະກອບສ່ວນ ສ້າງໄຊ ຊະນະປະຫວັດສາດ ດ້ຽນບຽນຝູ. ແຕ່ຄຽງຂ້າງນັ້ນ, ບົດລະຄອນ ຍັງຖ່າຍຖອດຄວາມໝາຍດ້ານມະນຸດສະທໍາ ເຖິງຜູ້ຊົມນັ້ນຄື: ເຖິງ ແມ່ນວ່າ ຕ້ອງຜ່ານຜ່າຄວາມຫຍຸ້ງຍາກ ແລະ ຄວາມລໍາບາກຢ່າງ ຫຼວງຫຼາຍ ກໍ່ຕາມ, ແຕ່ຄວາມຮັກແພງລະຫວ່າງ ຜູ້ຄົນ ຈະຍັງຄົງ ຢູ່ຕະຫຼອດໄປ ແລະ ຈະບັນເທົາທຸກບາດແຜ, ຄວາມເຈັບປວດ.
ພາຍຫຼັງການສະແດງ ຄັ້ງທຳອິດຢູ່ ຮ່າໂນ້ຍ, ໂຮງລະຄອນ ໄດ້ວາງແຜນນຳບົດລະຄອນ “ດ້ຽນບຽນ ຮຽກຫາ” ໄປສະແດງ ເພື່ອຮັບໃຊ້ນັກຮົບ ແລະ ປະຊາຊົນ ຢູ່ບັນດາຫົວໜ່ວຍ, ທ້ອງຖິ່ນ.
ບົດ ແລະ ພາບ: VNP/ກົງດາດ - ແປໂດຍ: ຢືຟຽນ