ຂ່າວສານ

ດ່າ​ໜັງ ຈັດຫຼາຍ​ເຫດ​ການ, ງານ​ບຸນ​ໃນ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ​ຮຸ່ງ, ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ

ນັບ​ແຕ່​ນີ້​ຮອດ​ໂອ​ກາດ​ພັກ​ບຸນ​ໄຫວ້​ບູ​ຊາ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ (ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ ຫວຽດ​ນາມ ເປັນ​ເອ​ກະ​ພາບ (ວັນ​ທີ 30 ເມ​ສາ) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ (ວັນ​ທີ01 ພຶດ​ສະ​ພາ), ຢູ່​ນະ​ຄອນ ດ່າ​ໜັງ ໄດ້​ດຳ​ເນີນ​ປະ​ມານ 15 ເຫດ​ການ, ງານ​ບຸນ​ທີ່​ເປັນ​ເອ​ກະ​ລັກ, ກ້າວ​ເຂົ້າ​ສູ່​ລະ​ດູ​ທ່ອງ​ທ່ຽວ​ທີ່​ຄຶກ​ຄື້ນ.
  ການ​ແຂ່ງ​ຂັນຊ່ວງ​ເຮືອ​ຢູ​່​ທະ​ເລ ດ່າ​ໜັງ ຈະ​ດຳ​ເນີນ​ໃນ​ວັນ​ທີ 27/4 ຈະ​ມາ​ເຖິງ (ພາບ: THANH NGUYÊN)  

ນັບ​ແຕ່​ກາງ​ເດືອນ ເມ​ສາ, ນ​ະ​ຄອນ ດ່າ​ໜັງ ໄດ້​ຈັດ​ 2 ງານ​ວາງ​ສະ​ແດງ​ທີ່​ພົ້ນ​ເດັ່ນພາຍ​ໃຕ້ ຫົວ​ຂໍ້ “ສີ​ສັນ​ດິນ​ແດນ ກວ໋າງ” (ແຕ່​ວັນ​ທີ 15 ເມ​ສາ ຫາ​ວັນ​ທີ 05 ພຶດ​ສະ​ພາ), ຢູ່​ຫໍ​ພິ​ພິ​ທະ​ພັນ ວິ​ຈິດ​ສິນ ດ່າ​ໜັງ ແລະ “ຈຸດ​ຕັດ​ໄຂ​ວ່ ຫວຽດ​ນາມ (ແຕ່​ວັນ​ທີ 17 ເມ​ສາ ຫາ​ວັນ​ທີ 17 ພຶດ​ສະ​ພາ) ຢູ່​ຫໍ​ພິ​ພິ​ທະ​ພັນ ດ່າ​ໜັງ. ນະ​ທີ່​ນີ້, ໄດ້​ວາງ​ສະ​ແດງ​ພາບ​ຖ່າຍ, ພາບ​ແຕ້ມ, ເອ​ກະ​ສານທີ່​ກ່ຽວ​ຂ​້ອງ​ເຖິ​ງວັດ​ທະ​ນະ​ທຳ, ຊາວ ກ​ວ໋າງ ແລະ ຈັງ​ຫວະ​ຊີ​ວິດ​ຍຸກ​ປັດ​ຈຸ​ບັນ. ເນື່ອງ​ໃນ​ໂອ​ກາດ​ນີ້, ນະ​ຄອນ ດ່າ​ໜັງ ຍັງ​ຈັດ​ງານ​ບຸນ​ຊຸດ​ເສື້ອ​ຍາວ ດ່າ​ໜັງ (ແຕ່​ວັນ​ທີ 23 ເມ​ສາ ຫາ​ວັນ​ທີ 26 ພຶດ​ສະ​ພາ) ເພື່ອ​ແນ​ໃສ່​ເຊີດ​ຊູ​ຄຸນ​ຄ່າ​ຂອງ​ຊຸດ​ເສື້ອ​ຍາວ, ນຳ​ມໍ​ລະ​ດົກ​ເຂົ້າ​​ໃນຈັງ​ຫວະ​ຊີ​ວິດ​ທີ່ທັນ​ສະ​ໄໝ, ສ້າງ​ການ​ສຳ​ຜັດ​ວັດ​ທະ​ນະ​ທຳ​ທີ່​ມີ​ຊີ​ວິດ​ຊີ​ວາ​ຢູ່​ທ່າມ​ກາງ​ຕົວ​ເມືອງ. ຈຸດ​ເນັ້ນ​ໜັກ​ແມ່ນ​ເຫດ​ການ ເປີດ​ສະຫຼອງ​ລະ​ດູ​ທ່ອງ​ທ່ຽວ​ທະ​ເລ ດ່າ​ໜັງ ປີ 2026. ທ່ານ​ນາງ ຫງວຽນ​ທິ​ຮ​ວ່າຍ​ອານ, ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ນະ​ຄອນ ດ່າ​ໜ​ັງ​ ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ກຳ​ນົດ​ວ່າ ຕ້ອງ​ຫັນ​ຜະ​ລິດ​ຕະ​ພັນ​ຢູ່​ທ້ອງ​ຖິ່ນ​ເປັນຫຼາຍ​ຮູບຫຼາຍ​ແບບ, ສ້າງ​ຄຸນ​ຄ່າ​ແກ້ງ​ແຍ້ງ​ໃຫ້​ແກ່​ສະ​ຖານ​ທີ່​ທ່ອງ​ທ່ຽວ, ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ ມີ​ການ​ລົງ​ຕົວ​ຈິງ​ທີ່​​ລົງ​ເລິກກວ່າ​ອີກ ແລະ ມີ​ຄວາມ​ໝາຍກວ່າ​ອີກ​ໃນ​​ໄລ​ຍະ​ທ່ອງ​ທ່ຽວ​ຢູ່ນະ​ຄອນ ດ່າ​ໜັງ. ນີ້​ກໍ​ແມ່ນ​ທິດ​ທາ​ງ​ທີ່​ຖືກ​ຕ້ອງ​ທີ່​ສຸດ, ທ່າ​ອ່ຽງ​ໃນ​ປັດ​ຈຸ​ບັນ ແມ່ນ​ມີ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ນັບ​ມື້​ນັບ​ຊອກ​ຫາ​ບັນ​ດາ​ຄຸນ​ຄ່າ​ແກ່ນ​ສານ ແລະ ຄວາມ​ຮູ້​ສຶກ​ສະ​ໜິດ​ຕິດ​ພັນ​ກັບ​ຈຸດ​ໝາຍ​ປາຍ​ທາງຢ່າງ​ແທ້​ຈິງ”.


top