ພະນັກງານຕຳຫຼວດທະເລເຂດ 2 ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວປະມົງຮັບຊາບກ່ຽວກັບສະພາບການລະເມີດບັນດາຂໍ້ກຳນົດ IUU ທີ່ມັກເກີດຂຶ້ນກັບເຈົ້າຂອງກຳປັ່ນ, ກັບຕັນກຳປັ່ນຈຳນວນໜຶ່ງ, ແລກປ່ຽນບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງເຖິງ IUU ກັບພໍ່ແມ່ປະຊາຊົນຊາວປະມົງ.
ພະນັກງານຕຳຫຼວດທະເລເຂດ 2 ໂຄສະນາເຜີຍແຜ່ໃຫ້ແກ່ຊາວປະມົງ (ພາບ: qdnd.vn)
ວັນທີ 26 ພະຈິກ, ຢູ່ຕາແສງ ທັງອານ, ດ່ານັ້ງ, ກອງບັນຊາການຕຳຫຼວດທະເລ ເຂດ 2 ໄດ້ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ອົງຄະນະພັກນະຄອນ ດ່ານັ້ງ ໄດ້ຈັດການໂຄສະນາເຜີຍແຜ່, ຂົນຂວາຍຊາວປະມົງຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ທີ່ການໂຄສະນາເຜີຍແຜ່, ພະນັກງານຕຳຫຼວດທະເລເຂດ 2 ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາວປະມົງຮັບຊາບກ່ຽວກັບສະພາບການລະເມີດບັນດາຂໍ້ກຳນົດ IUU ທີ່ມັກເກີດຂຶ້ນກັບເຈົ້າຂອງກຳປັ່ນ, ກັບຕັນກຳປັ່ນຈຳນວນໜຶ່ງ, ແລກປ່ຽນບັນດາຂໍ້ກຳນົດດ້ານກົດໝາຍທີ່ກ່ຽວຂ້ອງເຖິງ IUU ກັບພໍ່ແມ່ປະຊາຊົນຊາວປະມົງ ແລະ ຈັດຕັ້ງໃຫ້ພໍ່ແມ່ປະຊາຊົນເຊັນຄຳໝັ້ນສັນຍາບໍ່ລະເມີດການຫາປາແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ, ກໍ່ຄືບໍ່ເປັນນາຍໜ້າ ຫຼື ໜູນຊ່ວຍບັນດາການເຄື່ອນໄຫວຂຸດຄົ້ນແບບຜິດກົດໝາຍ.
ໃນວັນທີ 26 ພະຈິກ, ຢູ່ເຂດພິເສດ ກາດຫ໋າຍ, ນະຄອນ ຫ໋າຍຝ່ອງ, ອົງການໄອຍະການປະຊາຊົນເຂດ 4 - ຫ໋າຍຝ່ອງ ໄດ້ສົມທົບກັບສານປະຊາຊົນເຂດ 4 - ຫ໋າຍຝ່ອງ, ກອງບັນຊາການຕຳຫຼວດທະເລເຂດ 1 ແລະ ບັນດາກົມກອງທີ່ກ່ຽວຂ້ອງ ຈັດຕັ້ງການພິພາກສາສານຈຳລອງ ໂຄສະນາເຜີຍແຜ່ກົດໝາຍກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ (IUU).