ຂ່າວສານ

ດ່າ​ນັງ​ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1250 ຄົນ​ໃນ​ໂອ​ກາດ​ຕົ້ນ​ປີ​ໃໝ່

ວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດປີຊວດ 2020), ຢູ່ທ່າກຳປັ່ນຕຽນຊາ, ພະແນກທ່ອງທ່ຽວດ່ານັງ ສົມທົບກັບສາຂາບໍລິສັດ Destination Asia- ດ່ານັງ ໄດ້ຈັດພິທີຕອ້ນຮັບກຳປັ່ນ Westerdam ບັນທຸກນັກທ່ອງທ່ຽວສາກົນ 1250 ຄົນ ມາຢ້ຽມຢາມນະຄອນດ່ານັງ.

(ພາບ: 
ໜັງສືພິມດ່ານັງ)

ນີ້ແມ່ນກຳປັ່ນທ່ອງທ່ຽວສາກົນລຳທຳອິດມາດ່ານັງໃນໂອກາດລະດູບານໃໝ່ປີຊວດ 2020.ທີ່ພິທີຕ້ອນຮັບ, ການນຳພະແນກທ່ອງທ່ຽວດ່ານັງ ໄດ້ມອບດອກໄມ້, ຂອງຂວັນ ແລະ ອວຍພອນບັນດາແຂກທ່ອງທ່ຽວສາກົນ ທີ່ໄດ້ມາຢ້ຽມຢາມນະຄອນດ່ານັງໃນໂອກາດບຸນເຕັດປະຈຳຊາດຫວຽດນາມ. ບັນດາແຂກທ່ອງທ່ຽວຍັງໄດ້ຮັບຊົມການຟ້ອນສິງໂຕ, ສະແດງຕີກອງໃນງານບຸນ.

   ທ່ານຫງວຽນຊັວນບິນ, ຮອງຫົວໜ້າພະແນກທ່ອງທ່ຽວດ່ານັງ ໃຫ້ຮູ້ວ່າ: ເລື່ອງຈັດພິທີຕ້ອນຮັບບັນດາແຂກທ່ອງທ່ຽວສາກົນມາດ່ານັງ ໃນໂອກາດຕົ້ນປີໃໝ່ ເພື່ອແນໃສ່ສ້າງຄວາມປະທັບໃຈອັນດີງາມ, ໂຄສະນາພາບພົດນະຄອນນັງທີ່ຮັກແພງແຂກຄົນ. ໃນປີ 2020, ຂະແໜງທ່ອງທ່ຽວນະຄອນ ຈະເພີ່ມທະວີວຽກງານສົ່ງເສີມ, ໂຄສະນາ, ສົມທົບກັບບັນດາບໍລິສັດກຳປັ່ນ ແລະ ວິສາຫະກິດທ່ອງທ່ຽວເພື່ອໂຄສະນາຈຸດນັດພົບແມ່ນນະຄອນດ່ານັງ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວນະຄອນໃຫ້ພັດທະນາ.

 (ແຫຼ່ງຄັດຈາກ VOV)
 

top