ຂ່າວສານ

ດ່າ​ນັງ: ເລີ່ມ​ລົງ​ມື​ກໍ່​ສ້າງ​ສວນ​ຮູບ​ປັ້ນ APEC ເປີດ​ກ້​ວາງ

ໂຄງການສວນຮູບປັ້ນ APECໂດຍຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາຕົວເມືອງດ່ານັ້ງເປັນເຈົ້າຂອງການລົງທຶນດ້ວຍຍອດງົບປະມານເກືອບ 760 ຕື້ ດົ່ງຈາກແຫຼ່ງງົບປະມານນະຄອນ, ໂດຍໄດ້ສ້າງຕັ້ງຂຶ້ນໃນເນື້ອທີ່ 8.668 ແມັດກາໂລ ຂຶ້ນກັບເມືອງ ຕາແສງບິ່ງຮຽນ, ເມືອງ ຫ໋າຍເຈົາ.

ບັນດາຜູ້ແທນປະຕິບັດພິທີລົງມືກໍ່ສ້າງສວນຮູບປັ້ນ (ພາບ: TTXVN)

ຕອນເຊົ້າວັນທີ 8 ຕຸລາ, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ເລີ່ມລົງມືກໍ່ສ້າງໂຄງການສວນຮູບປັ້ນ APEC ເປີດກ້ວາງ. ໂຄງການດັ່ງກ່າວໂດຍຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ພັດທະນາຕົວເມືອງດ່ານັ້ງເປັນເຈົ້າຂອງການລົງທຶນດ້ວຍຍອດມູນຄ່າງົບປະມານເກືອບ 760 ຕື້ ດົ່ງຈາກແຫຼ່ງງົບປະມານນະຄອນ, ໂດຍໄດ້ສ້າງຕັ້ງຂຶ້ນໃນເນື້ອທີ່ 8.668 ຕາລາງແມັດຂຶ້ນກັບ ຕາແສງບິ່ງຮຽນ, ເມືອງ ຫ໋າຍເຈົາ.

ທ່ານ ເລຈຸງຈິງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໃຫ້ຮູ້ວ່າ:

ໂຄງການສວນຮູບປັ້ນ APEC ເປີດກ້ວາງພາຍຫຼັງກໍ່ສ້າງສຳເລັດຈະແມ່ນສວນສາທາລະນະ, ດ້ວຍບໍລິເວນແຫ່ງຄວາມຂຽວສົດງົດງາມຢູ່ແຄມແມ່ນ້ຳຫ່ານ, ເຊິ່ງເປັນສະຖານທີ່ຈັດຕັ້ງບັນດາການເຄື່ອນໄຫວເຊື່ອມຕໍ່ປະຊາຊົນນະຄອນນຳກັນ, ຊຸກຍູ້ການປະດິດສ້າງ ແລະ ສ້າງຄວາມສະໜິດຕິດພັນລະຫວ່າງ ຊາວດານັ້ງ ກັບນະຄອນຂອງຕົນ. ສວນ APEC ກໍ່ໄດ້ຫວັງວ່າ ຈະກາຍເປັນຈຸດນັດພົບແຫ່ງວັດທະນະທຳການທ່ອງທ່ຽວ, ທີ່ມີສີສັນທີ່ເປັນເອກະລັກສະເພາະຂອງນະຄອນດ່ານັ້ງ.

(ແຫຼ່ງຄັດຈາກ VOV)


top