ຂ່າວສານ

ດ່າໜັງມຸ່ງໄປສູ່ກາຍເປັນຕົວເມືອງພິເສດຂອງຫວຽດນາມ

ປີ 1997 ນະຄອນດ່າໜັງຖືກແຍກອອກຈາກແຂວງກວ໋າງນາມ - ດ່າໜັງ ກາຍເປັນຫົວໜ່ວຍບໍລິຫານຂຶ້ນກັບສູນກາງ ຈາກນັ້ນດ່າໜັງຍູ້ແຮງການສ້າງຕົວເມືອງ. ດ້ວຍແຜນນະໂຍບາຍ “ແລກທີ່ດິນເອົາພື້ນຖານໂຄງລ່າງ” ດ້ວຍບັນດາວິທີປະຕິບັດຢ່າງມີຫົວຄິດປະດິດສ້າງແລະມີໄຫວພິບ ໄດ້ກາຍເປັນ “ປາກົດການດ່າໜັງ”ໃນການສ້າງຕົວເມືອງ. ຈາກຕົວເມືອງລະດັບເມືອງນ້ອຍ, ມາຮອດປັດຈຸບັນເນື້ອທີ່ຕົວເມືອງໄດ້ເພີ່ມຂຶ້ນທົບສີ່ເທົ່າ ກາຍເປັນຕົວເມືອງທັນສະໄໝອັບດັບໜຶ່ງ ຢູ່ພາກກາງແລະຕິດພັນກັບເຄື່ອງໝາຍ “ນະຄອນເປັນໜ້າມາດຳລົງຊີວິດ”

ມາຮອດປັດຈຸບັນ ດາໜັງ ກາຍເປັນຕົວເມືອງທັນສະໄໝອັບດັບໜຶ່ງ ຢູ່ພາກກາງຫວຽດນາມ

ເຂດເຮືອນອາພາເມັນ ບ້ານຊາວປະມົງດ້າຍເດັຍບ໋າວຕາແສງນ້າຍຮຽນດົງເມືອງເຊີນຈ່າ ແມ່ນສະຖານທີ່ຈັດແຈງການຕັ້ງຖິ່ນຖານຄົງທີ່ຕົ້ນຕໍໃຫ້ແກ່ບັນດາຄອບຄົວຢູ່ແຄມຝັ່ງທາງທິດຕາເວັນອອກແມ່ນ້ຳຫ່ານ. ການຍົກຍ້າຍບັນດາຄອບຄົວຢູ່ແຄມແມ່ນ້ຳຫ່ານມາດຳລົງຊີວິດຢູ່ແຫ່ງອື່ນໄດ້ຮັບຖືວ່າແມ່ນບາດກ້າວລິເລີ່ມປະສົບຜົນສຳເລັດໃນການປະຕິວັດກ່ຽວກັບການສ້າງຕົວເມືອງຢູ່ນະຄອນດ່າໜັງໃນຊຸມປີທຳອິດເມື່ອດຳເນີນການແຍກແຂວງ. ພາຍຫຼັງທີ່ໄດ້ຕັ້ງຖິ່ນຖານຄົງທີ່ມາເປັນເວລາ 20 ປີ, ບັນດາຄອບຄົວໃນບ້ານຊາວປະມົງໃນວັນນັ້ນມາຮອດປັດຈຸບັນໄດ້ມີການດຳລົງຊີວິດປ່ຽນແປງໄປ. ນາງຫງວຽນທິເທິນຢູ່ບ້ານດ້າຍເດັຍບ໋າວແບ່ງປັນວ່າ:

   “ເມື່ອກ່ອນນີ້ ກໍ່ທຸກຍາກລຳບາກຫຼາຍ. ລັດໄດ້ມີຄວາມເອົາໃຈໃສ່ກໍ່ສ້າງເຂດຕັ້ງຖິ່ນຖານຄົງທີ່ ເພື່ອໃຫ້ປະຊາຊົນມາຢູ່ ດັ່ງນັ້ນການດຳລົງຊີວິດກໍ່ກັບຄືນສູ່ປົກກະຕິ ລູກເຕົ້າໄດ້ໄປໂຮງຮຽນ ການໄປມາກໍ່ມີຄວາມສະດວກສະບາຍ ບໍ່ຕ້ອງເປັນຫວ່ງເປັນໃຍຕໍ່ ລົມພະຍຸຄືກ່ອນນີ້ອີກແລ້ວ”.

   ພາຍຫຼັງທີ່ໄດ້ກາຍເປັນນະຄອນຂຶ້ນກັນສູນກາງເປັນເວລາກວ່າ 25 ປີ, ດ່າໜັງໄດ້ຫັນປ່ຽນຢ່າງແຂງແຮງກາຍເປັນຕົວເມືອງ ສີວິໄລທັນສະໄໝອັນດັບໜຶ່ງຢູ່ພາກກາງຫວຽດນາມ. ຈາກບ່ອນອີງຫຼັງໃສ່ທະເລປັດຈຸບັນດ່າໜັງໄດ້ມຸ່ງໄປສູ່ທະເລ, ເນື້ອທີ່ຕົວເມືອງໄດ້ເພີ່ມຂຶ້ນທົບສີ່ເທົ່າ. ເມື່ອກ່ອນນີ້ ດ່າໜັງມີຂົວພຽງໜຶ່ງແຫ່ງຄືຂົວຫງວຽນວັນຈ໊ວຍເທົ່ານັ້ນມາຮອດປັດຈຸບັນດ່າໜັງໄດ້ມີຂົວ 9 ແຫ່ງຕັ້ງຂ້າມແມ່ນ້ຳຫ່ານ. ປັດຈຸບັນຍອດຜະລິດຕະພັນພາຍໃນບໍລິເວນນະຄອນ GRDP ໄດ້ເພີ່ມຂຶ້ນທົບ 8 ເທົ່າ ສາມາດສ້າງ ລາຍຮັບເຂົ້າງົບປະມານເພີ່ມຂຶ້ນ 23 ເທົ່າ, ແຂກທ່ອງທ່ຽວເຂົ້າມາກໍ່ເພີ່ມຂຶ້ນເກືອບ 55 ເທົ່າ... ທ່ານຮອງສາດສະດາຈານ ປອ ເຈິ່ນດິ່ງທຽນ ອະດີດຫົວໜ້າສະຖາບັນເສດຖະກິດສູນກາງ ສະມາຊິກໜ່ວຍທີ່ປຶກສາເສດຖະກິດຂອງ ນາຍົກລັດຖະມົນຕີອາຍຸການ 2016 – 2021 ຢືນຢັນວ່າ:

 “ຈຸດທີ່ສຳຄັນຂອງຂະບວນວິວັດແຫ່ງການຂະຫຍາຍຕົວຂອງດ່າໜັງແມ່ນທ່າອ່ຽງຫັນເປັນທັນສະໄໝແລະປ່ຽນແປງລະດັບພັດທະນາ. ບັນດາກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາຂອງດ່າໜັງ ໃນຄັ້ງໃດກໍ່ເນັ້ນໜັກພຽງສອງຄຳສັບນັ້ນແມ່ນແຕກຕ່າງແລະລະດັບ.ມາເຖິງປັດຈຸບັນ ດ່າໜັງຍັງຄົງສາມາດຮັກສາສີສັນນີ້. ຜົນງານ 25 ປີ ແຫ່ງການຂະຫຍາຍຕົວຂອງດ່າໜັງແມ່ນການສ້າງຄວາມແຕກຕ່າງກ່ຽວກັບຂອບຂະໜາດ ແລະ ທ່ວງທ່າໝາຍຄວາມວ່າໄດ້ກ້າວຂຶ້ນເກີນລະດັບ ຊຶ່ງໄດ້ສະແດງອອກຜ່ານບັນດາເປົ້າໝາຍແລະຄວາມມານະພະຍາຍາມຕ້ອງເຮັດໃຫ້ໄດ້”. 

 ດ່າໜັງມຸ່ງໄປສູ່ເປົ້າໝາຍກໍ່ສ້າງແລະພັດທະນານະຄອນເຖິງປີ 2030 ໃຫ້ກາຍເປັນຕົວເມືອງທັນສະໄໝລະດັບຊາດແມ່ນຕົວເມືອງໃຈກາງປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດສັງຄົມເຂດພາກກາງ - ເຂດເຕິຍງວຽນ; ພັດທະນານະຄອນຕາມທິດຮອບດ້ານແລະຍືນຍົງ. ດ່າໜັງສູ້ຊົນກາຍເປັນນະຄອນພິເສດໃນປີ 2050 ມີພື້ນຖານໂຄງລ່າງຄົບສຸດ ຮັກສາບົດບາດຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງທົ່ວປະເທດເປັນນະຄອນໃຈກາງລະດັບຊາດມຸ່ງໄປສູ່ຕົວເມືອງສາກົນ. ທ່ານກວາງກ່າວວ່າ:

   “ນະຄອນສືບຕໍ່ສ້າງ ບັນດາໜ້າທີ່ ວິທີການແກ້ໄຂໃຫ້ສົມບູນແບບແນໃສ່ຫັນຄວາມຄາດຫວັງພັດທະນາໃຫ້ປາກົດຜົນເປັນຈິງນຳນະຄອນມຸ່ງໄປສູ່ກາຍເປັນເມືອງອັດສະລິຍະຂະຫຍັນຂັນເຄື່ອນປະດິດຄິດສ້າງ ບັນລຸລະດັບພາກພື້ນ ແລະ ສາກົນ. ກໍ່ສ້າງນະຄອນກາຍເປັນຕົວເມືອງໃຫຍ່ ແລະນະຄອນທີ່ເປັນໜ້າມາດຳລົງຊີວິດ, ບັນລຸລະດັບພາກພື້ນອາຊີຄຶດັ່ງຄຳຮຽກຮ້ອງຂອງກົມການເມືອງສູນກາງພັກຊຸດທີ XII ໄດ້ວາງອອກ”.

   ການພັດທະນານະຄອນຕາມທ່າອ່ຽງທັນສະໄໝແລະຮັກສາສີສັນສະເພາະ; ຍົກສູງຊີວິດທາງດ້ານວັດທະນະທຳ ສ້າງມະນຸດບໍ່ພຽງແຕ່ມີສະຕິປັນຍາເທົ່ານັ້ນ ຫາກຍັງມີຄຸນສົມບັດທີ່ດີ ມີອາລົມຈິດຄວາມຮັກແພງ ມີກຳລັງຄວາມສາມາດປະດິດຄິດສ້າງແລະເຂົ້າໃຈເລິກທາງດ້ານສິລະປະ. ພ້ອມກັນນັ້ນກໍ່ສືບຕໍ່ມຸ່ງໄປສູ່ກາຍເປັນນະຄອນເປັນມິດກັບສິ່ງແວດລ້ອມ, ພັດທະນາແບບຍືນຍົງເຮັດໃຫ້ປະຊາຊົນມີສຸຂະພາບແຂງແຮງມີອາຍຸຍືນຍາວແລະສົມບູນພູນສຸກ.  

 (ແຫຼ່ງຄັດຈາກ VOV)


top