ຂ່າວສານ

ດ່າໜັງ - ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນ ໃນອາຊີ

ເວທີປາໄສ “ດ່າໜັງ - ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃນ ອາຊີ ຖືກຈັດຂຶ້ນເພື່ອແນໃສ່ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ໂອກາດລົງທຶນຂອງນະຄອນໃນຂົງເຂດການບິນ, ອາວະກາດ, logistics; ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນດ້ານພື້ນຖານໂຄງລ່າງຂອງທ່າອາກາດສະຍານສາກົນ ດ່າໜັງ ແຕ່ປີ 2021 – 2030.
  ເວທີປາໄສ “ດ່າໜັງ - ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃນ ອາຊີ" (ພາບ: nhandan.vn)  

 ໂດຍໄດ້ດຳເນີນໃນຂອບເຂດຂອງເວທີປາໄສພັດທະນາສາຍການບິນ ອາຊີ 2022 -  Routes Asia 2022, ຕອນບ່າຍວັນທີ 5 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ຈັດຕັ້ງເວທີປາໄສ ດ້ວຍຫົວຂໍ້ “ດ່າໜັງ - ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃນອາຊີ”. ເຂົ້າຮ່ວມເວທີປາໄສດັ່ງກ່າວມີຜູ້ແທນກວ່າ 80 ທ່ານ ເຊິ່ງເປັນຜູ້ຕາງໜ້າຂອງບັນດາບໍລິສັດການບິນ, ບໍລິສັດທ່ອງທ່ຽວສາກົນ, ກຸ່ມບໍລິສັດ ແລະ ສະມາຄົມການທ່ອງທ່ຽວ…

ໃນເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນຂອງຂະແໜງທ່ອງທ່ຽວ ດ່າໜັງ; ວາງແຜນຜັງສ້າງສູນ logistics ໃນບໍລິເວນນະຄອນ; ຄວາມສາມາດດ້ານພື້ນຖານໂຄງລ່າງຂອງທ່າອາກາດສະຍານສາກົນ ດ່າໜັງ ແຕ່ປີ 2021 ຮອດປີ 2030 ແລະ ບັນດາໂຄງການລະດົມນັກລົງທຶນເຂົ້າມາລົງທຶນຢູ່ເຂດເຕັກໂນໂລຢີສູງ ດ່າໜັງ ໃນຂົງເຂດການບິນ, ອາວະກາດ.

top