ຂ່າວສານ

ດ່າຫນັງ ຕ້ອນຮັບກຳປັ່ນທະເລລຳທຳອິດສົ່ງແຂກທ່ອງທ່ຽວສາກົນກັບຄືນຢ້ຽມຢາມ ພາຍຫລັງ 2 ປີ

ວັນທີ 9 ຕຸລາ, ຢູ່ ທ່າກຳປັ່ນ ຕຽນຊາ ດ່າຫນັງ ພະແນກທ່ອງທ່ຽວ ດ່າຫນັງ ໄດ້ຈັດຕັ້ງໂຄງການຕ້ອນຮັບກຳປັ່ນທະເລລຳທຳອິດສົ່ງແຂກທ່ອງທ່ຽວສາກົນມາຢ້ຽມຢາມນະຄອນ ດ່າຫນັງ ພາຍຫລັງ 2 ປີຖືກຢຸດຍ້ອນໂລກລະບາດໂຄວິດ 19.
  ກຳປັ່ນມີຊື່ວ່າ Le Laperouse ຂອງຝລັ່ງ ສົ່ງແຂກທ່ອງທ່ຽວສາກົນ ມາຢ້ຽມຢາມ ດ່າຫນັງ. ພາບ: TTXVN  

ກຳປັ່ນມີຊື່ວ່າ Le Laperouse ຂອງຝລັ່ງ ສົ່ງແຂກທ່ອງທ່ຽວສາກົນກວ່າ 200 ຄົນ, ສ່ວນຫລາຍຈາກຕະຫລາດ ເອີລົບ - ທະວີບອາເມລິກາ ມາຢ້ຽມຢາມນະຄອນ ດ່າຫນັງ ແລະ ຄຸ້ມເມືອງເກົ່າ ໂຮ້ຍອານ. ນີ້ແມ່ນລາຍການທ່ອງທ່ຽວໃຫມ່ສຸດຢູ່ ພາກພື້ນ ອາຊີ ຂອງກຳປັ່ນທ່ອງທ່ຽວລຳນີ້. Laperouse ແມ່ນກຳລັງເປັນມິດກັບສິ່ງແວດລ້ອມ ດ້ວຍການບໍລິການຕາມມາດຕະຖານ 5 ດາວ.


top