ຂ່າວສານ

ດ່ານັ້ງໜູນຊ່ວຍວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ

      ໃນໄລຍະຜ່ານມາ, ບັນດາວິສາຫະກິດໃນສະມາຄົມນັກທຸລະກິດໜຸ່ມນະຄອນດ່ານັ້ງ ໄດ້ແກ້ໄຂວຽກເຮັດງານທຳເປັນປົກກະຕິໃຫ້ແກ່ຄົນງານ 50.000 ຄົນ.

(ດ່ານັ້ງໜູນຊ່ວຍວິສາຫະກິດພັດທະນາການຜະລິດດຳເນີນທຸລະກິດ)
      ສະມາຄົມກໍ່ປະກອບສ່ວນເກືອບ 20 ຕື້ດົ່ງເຂົ້າຮ່ວມວຽກງານຮັບປະກັນຊີວິດສັງຄົມ; ໜູນຊ່ວຍບັນດາການເຄື່ອນໄຫວ startup ຢ່າງມີຫົວຄິດປະດິດສ້າງຂອງໄວໜຸ່ມດ່ານັ້ງ. ນັ້ນແມ່ນຂໍ້ມູນຂ່າວເຊິ່ງໄດ້ຍົກອອກມາທີ່ກອງປະຊຸມໃຫຍ່ສະມາຄົມນັກທຸລະກິດໜຸ່ມນະຄອນດ່ານັ້ງ ຄັ້ງທີ 6, ອາຍຸການ 2018 – 2020, ເຊິ່ງດຳເນີນໃນວັນທີ 15 ກັນຍາ. ທີ່ກອງປະຊຸມໃຫຍ່, ທ່ານ ຮີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ຊີ້ແຈ້ງວ່າ.
        “ປະຊາຄົມວິສາຫະກິດໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ, ໃນນັ້ນຕ້ອງເວົ້າເຖິງການປະກອບສ່ວນຂອງສະມາຄົມນັກທຸລະກິດໜຸ່ມນະຄອນດ່ານັ້ງ, ຍົກສູງກຳລັງແກ່ງແຍ້ງເພື່ອຮ່ວມສຳພັນ ຮ່ວມມືດຳເນີນທຸລະກິດ, ປະກອບສ່ວນເຂົ້າໃນອົງຄະນະຍາດສັງຄົມຢ່າງແທດຈິງ. ທາງນະຄອນໄດ້ເລືອກເອົາປີ 2018 ແມ່ນປີດຶງດູດການລົງທຶນ. ດ່ານັ້ງ ຈະສືບຕໍ່ດຶງດູດ, ເຊື້ອເຊີນບັນດາວິສາຫະກິດໃຫຍ່ມາ ລົງທຶນເພື່ອໃຫ້ນະຄອນພັດທະນາ”.
 (ແຫຼ່ງຄັດຈາກ VOV)


top