ຂ່າວສານ

ດ່ານັ້ງສືບຕໍ່ຜ່ອນຜັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

      ນັບແຕ່ວັນທີ 18 ກັນຍາ, ທຸກໆການເຄື່ອນໄຫວຢູ່ດ່ານັ້ງຈະກັບຄືນສູ່ສະພາບການປົກກະຕິນອກຈາກຮ້ານເທັກ, ກາຣາໂອເກ, ຮ້ານໜວດ. ຄຽງຄູ່ກັນນ້ັນ, ນະຄອນດ່ານັ້ງຈະຮັກສາບັນດາມາດຕະການ ໃສ່ຜ້າອັດປາກ - ຂ້າເຊື້ອ - ຮັກສາໄລຍະຫ່າງ - ບໍ່ເຕົ້າໂຮມຫຼາຍຄົນ - ແຈ້ງອາການສຸຂະພາບ ຕາມຂໍ້ກຳນົດຂອງກະຊວງສາທາລະນະສຸກ ຢູ່ລະດັບສູງ.

ພາບປະກອບ 
      ກ່ຽວຂ້ອງເຖິງບັນຫາຕ້ອນຮັບ, ແຍກຕົວຊາວຕ່າງປະເທດ, ການນຳນະຄອນໄດ້ສະເໜີໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງບໍ່ມອບໃຫ້ວິສາຫະກິດປະຕິບັດການແຍກຕົວໃຫ້ແກ່ນັກຊ່ຽວຊານ, ແຮງງານເຕັກນິກສູງດ້ວຍຕົນເອງ. ເຖິງຢ່າງໃດກໍ່ຕາມ, ນະຄອນດ່ານັ້ງຈະຈຳແນກປະເພດ, ປະຕິບັດວິທີການແຍກຕົວຕາມແຕ່ລະເປົ້າໝາຍ.
            ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ສ້າງແຜນຮ່າງສ້າງໂຄງປະກອບຂະແໜງການທ່ອງທ່ຽວນະຄອນຮອດປີ 2025 ແລະ ກຳນົດທິດຮອດປີ 2030 ຄືນໃໝ່. ດ່ານັ້ງກຳນົດວ່າ ຈະສ້າງໂຄງປະກອບ ຕະຫຼາດແຂກສາກົນຄືນໃໝ່ຕາມທິດທີ່ເໝາະສົມກ່ວາ, ຫຼີກລ້ຽງການອີງໃສ່ຕະຫຼາດຖືກຄອບງຳ ເພື່ອຈຳກັດ ຄວາມສ່ຽງ ເມື່ອບັນດາຕະຫຼາດນັ້ນຫຼຸດລົງຢ່າງກະທັດຫັນ.
            ນະຄອນຈະຍູ້ແຮງການພັດທະນາບັນດາຜະລິດຕະພັນການທ່ອງທ່ຽວໃໝ່, ຍົກສູງປະສິດທິຜົນຂອງການເຄື່ອນໄຫວທາງນ້ຳພາຍໃນ, ການພັກອາໄສຢູ່ອ່າວດ່ານັ້ງ ແລະ ທ່າກ່ຳປັ່ນທ່ອງທ່ຽວ. ທ່ານນາງ ເຈືອງທິຮົ່ງແຫ້ງ, ຫົວໜ້າພະແນກທ່ອງທ່ຽວ ນະຄອນດ່ານັ້ງໃຫ້ຮູ້ວ່າ:
            ກ່ອນອື່ນໝົດ, ພວກຂ້າພະເຈົ້າຈະຜັນຂະຫຍາຍຄຳຊີ້ນຳຂອງນາຍົກລັດຖະມົນຕີກໍ່ຄືຄະນະກຳມະການປະຊາຊົນນະຄອນ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງເຊັ້ມງວດຢູ່ບັນດາຮາກຖານດຳເນີນທຸລະກິດການບໍລິການ, ຮັບໃຊ້ການທ່ອງທ່ຽວ. ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ພວມສົມທົບກັບບັນດາວິສາຫະກິດສ້າງບັນດາໂຄງການແນະນຳ ກ່ຽວກັບບັນດາຜະລິດຕະພັນໃໝ່ ກໍ່ຄືບັນດາການບໍລິການທີ່ນຳມາເຊິ່ງການເຂົ້າຮ່ວມຕົວຈິງໃຫ້ແກ່ແຂກທ່ອງທ່ຽວໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)


top