ຂ່າວສານ

ດ່ານັ້ງ ໜູນຊ່ວຍ, ສ້າງທຸກເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວໃນບໍລິເວນແຂວງ

      ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວ ດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ.
 ຂົວ ຫວ່າງ ຢູ່ເຂດ Sun World Ba Na Hills
(ພາບປະກອບ: TTXVN)
      ຕອນບ່າຍວັນທີ 06 ພຶດສະພາ, ຜູ້ຕາງໜ້າພະແນກທ່ອງທ່ຽວ ດ່ານັ້ງ ໃຫ້ຮູ້ວ່າ, ນະຄອນມີ 3 ໃນຈຳນວນ16 ເຂດ, ສະຖານທີ່ທ່ອງທ່ຽວທີ່ຍັງເຄື່ອນໄຫວຢູ່, ລວມມີ: ງູ໋ແຮ່ງເຊີນ, ຊ໊ວຍເລືອງ, ບ່ານາ Hills. ພະແນກໄດ້ກວດກາໃນແຕ່ລະວັນກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ບັນດາຫົວໜ່ວຍດັ່ງກ່າວລ້ວນແຕ່ໄດ້ປະຕິບັດຢ່າງເຂັ້ມງວດ.
        ພະແນກທ່ອງທ່ຽວ ໄດ້ອັບເດັດສະພາບການທ່ອງທ່ຽວ ດ່ານັ້ງ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດຂອງຂະແໜງທ່ອງທ່ຽວໃນສື່ສັງສົມອອນລາຍ ແລະ ພາຫະນະສື່ມວນຊົນ. ພ້ອມກັນນັ້ນ, ກໍ່ມີໂທລະສັບສາຍດ່ວນເພື່ອແກ້ໄຂບັນດາຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງໂລກລະບາດ ແລະ ໜູນຊ່ວຍນັກທ່ອງທ່ຽວ; ແກ້ໄຂບັນດາສະພາບການຮີບດ່ວນໜູນຊ່ວຍໃຫ້ແກ່ນັກທ່ອງທ່ຽວຢ່າງທັນການ. ພະແນກກໍ່ກະກຽມຖັນແຖວຜູ້ຮ່ວມງານ, ພາລະກອນ ກຽມພ້ອມການໜູນຊ່ວຍນັກທ່ອງທ່ຽວ ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຢ່າງທັນການ ເພື່ອແກ້ໄຂບັນດາສະພາບການຮີບດ່ວນ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໃນບໍລິເວນ.
 (ແຫຼ່ງຄັດຈາກ VOV)


top