ຂ່າວສານ

ດ່ານັ້ງ ສະເໜີຄຼິບວີດີໂອ “ດ່ານັ້ງສຸດຍອດ” ເພື່ອໂຄສະນາການທ່ອງທ່ຽວ

ຄຼິບວີດີໂອໄດ້ຖ່າຍທຳນະຄອນທັນສະໄໝ, ສະຫງົບສຸກ, ໃກ້ຊິດ, ເປັນມິດ ສະແດງອອກຜ່ານບັນດາຮູບຖ່າຍທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ດ່ານັ້ງ
  ພິທີສະເໜີ ຄຼິບວີດີໂອ “ດ່ານັ້ງສຸດຍອດ” (ພາບ: TTXVN)  

ຕອນບ່າຍວັນທີ 25 ມີນາ, ພະແນກທ່ອງທ່ຽວ ດ່ານັ້ງ ໄດ້ຈັດພິທີສະເໜີ ຄຼິບວີດີໂອ “ດ່ານັ້ງສຸດຍອດ” ທາງອິນເຕີແນັດ. ນີ້ແມ່ນຜະລິດຕະພັນຄຼິບວີດີໂອດົນຕີ ໂດຍການສົມທົບລະຫວ່າງພະແນກທ່ອງທ່ຽວ ດ່ານັ້ງ ແລະ ນັກຮ້ອງ, ນັກດົນຕີ Only C ປະຕິບັດ. ຄຼິບວີດີໂອໄດ້ຖ່າຍທຳນະຄອນທັນສະໄໝ, ສະຫງົບສຸກ, ໃກ້ຊິດ, ເປັນມິດ ສະແດງອອກຜ່ານບັນດາຮູບຖ່າຍທ່ອງທ່ຽວທີ່ເປັນເອກະລັກສະເພາະຢູ່ ດ່ານັ້ງ, ຄື: ແມ່ນ້ຳ ຮ່ານ, ຂົ້ວ ຣົ່ງ, ຫາດຊາຍທະເລ ມີເຄ, ບ່ານາ Hills… ພ້ອມກັບບັນດາເຍື່ອງອາຫານພິເສດສະເພາະທາງພາກກາງ.

ຄຼິບວີດີໂອ ໄດ້ສ້າງຂີດໝາຍໃໝ່ໃນການເຄື່ອນໄຫວສື່ມວນຊົນ, ໂຄສະນາການທ່ອງທ່ຽວດ້ວຍບັນດາຜະລິດຕະພັນດົນຕີຂອງ ດ່ານັ້ງ.


top