ທາງພະແນກໄດ້ຜັນຂະຫຍາຍລາຍການກະຕຸ້ນການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນະຄອນໃນປີ 2025 ດ້ວຍຫົວຂໍ້ “ຄວາມປະທັບໃຈຂອງ ດ່ານັ້ງ 2025 - ການປະພຶດຕົວຈິງຫຼາຍຢ່າງ”.
ລາຍການກະຕຸ້ນການທ່ອງທ່ຽວ (ພາບ: TTXVN)
ຕອນບ່າຍວັນທີ 04 ມີນາ, ທີ່ການປະຊຸມຂ່າວປະກາດລາຍການກະຕຸ້ນດຶງດູດແຂກທ່ອງທ່ຽວມາ ດ່ານັ້ງ, ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວ ດ່ານັ້ງ ໃຫ້ຮູ້ວ່າ, ທາງພະແນກໄດ້ຜັນຂະຫຍາຍລາຍການກະຕຸ້ນການທ່ອງທ່ຽວ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນະຄອນໃນປີ 2025 ດ້ວຍຫົວຂໍ້ “ຄວາມປະທັບໃຈຂອງ ດ່ານັ້ງ 2025 - ການປະພຶດຕົວຈິງຫຼາຍຢ່າງ”.
ລາຍການນີ້ລວມມີ 2 ລາຍການພິເສດ. ໃນນັ້ນ, ລາຍການ “ຄວາມປະທັບໃຈຂອງ ດ່ານັ້ງ 2025 - ການລົງຕົວຈິງຫຼາຍຢ່າງ” ລວມມີບັນດາການໃຫ້ບຸລິມະສິດດ້ານການບໍລິການ, ຂອງຂວັນ ຮັບໃຊ້ທຸກຕະຫຼາດແຂກທ່ອງທ່ຽວທີ່ໄດ້ຜັນຂະຫຍາຍໃນປີ 2025 ແລະ ລາຍການ: “ຂ້າພະເຈົ້າຮັກ ດ່ານັ້ງ - I LOVE Danang” ດ້ວຍບັນດາຂອງຂວັນ, ບຸລິມະສິດເພື່ອດຶງດູດແຂກທ່ອງທ່ຽວກັບມາ ດ່ານັ້ງ. ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກທ່ອງທ່ຽວນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກໍ່ສົມທົບກັບສະຫະສະມາຄົມທ່ອງທ່ຽວ ແລະ ວິສາຫະກິດທ່ອງທ່ຽວ, ກໍ່ຄືບັນດາຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ; ພ້ອມກັນນັ້ນ, ຮຽກຮ້ອງໃຫ້ບັນດາວິສາຫະກິດຈົດທະບຽນເຂົ້າຮ່ວມລາຍການ ແລະ ຮັບປະກັນຄຸນນະພາບການບໍລິການ”.