ຂ່າວສານ

ດ່ານັ້ງ ຈັດຕັ້ງບັນດາລາຍການວັດທະນະທຳສິລະປະຂ່ຳນັບຮັບຕ້ອນປີໃໝ່ 2019 ຢ່າງຟົດຟື້ນມ່ວນຊື່ນ

      ພ້ອມກັບລາຍການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນປີໃໝ່ ແລະ ສະເຫຼີມສະຫຼອງ 22 ປີແຫ່ງວັນນະຄອນ ດ່ານັ້ງ ກາຍເປັນນະຄອນຂຶ້ນກັບສູນກາງ, ຄ່ຳຄືນວັນທີ 31 ທັນວາ 2018, ຢູ່ສະໜາມຫຼວງ 29/3...

ພາບປະກອບ
      ເພື່ອເປັນການຂ່ຳນັບຮັບຕ້ອນປີໃໝ່ 2019, ນະຄອນດ່ານັ້ງ ໄດ້ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ ສິລະປະທີ່ອຸດົມສົມບູນ, ທີ່ເປັນເອກະລັກສະເພາະເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ. ພ້ອມກັບລາຍການຍິງບັ້ງໄຟດອກຂ່ຳນັບຮັບຕ້ອນປີໃໝ່ ແລະ ສະເຫຼີມສະຫຼອງ 22 ປີແຫ່ງວັນນະຄອນ ດ່ານັ້ງ ກາຍເປັນນະຄອນຂຶ້ນກັບສູນກາງ, ຄ່ຳຄືນວັນທີ 31 ທັນວາ 2018, ຢູ່ສະໜາມຫຼວງ 29/3, ນະຄອນດ່ານັ້ງ ໄດ້ຈັດຕັ້ງລາຍການສະແດງສິລະປະດ້ວຍຫົວຂ້ໍວ່າ “ນະຄອນ ດ່ານັ້ງ ຂ່ຳນັບຮັບຕ້ອນປີໃໝ່” ແລະ “Countdown 2019”. ທ່ານ ຮວິ່ງວັນຮູ່ງ, ຜູ້ອຳນວຍການພະແນກວັດທະນະທຳ ແລະ ກິລານະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:
        ຢູ່ສະຖານທີ່ແຫ່ງຕ່າງໆຄື: ສະໜາມຫຼວງ 29/3, ສວນສາທາລະນະ ບ໋ຽນດົງ, ຝັ່ງຕາເວັນອອກ ແລະ ຕາເວັນຕົກຂອງຂົວ ຣົ່ງ…. ໃນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ລ້ວນແຕ່ມີບັນດາລາຍການສະແດງສິລະປະ. ໃນນັ້ນ, ມີລາຍການ Countdown ຂ່ຳນັບຮັບຕ້ອນປີໃໝ່ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.
 (ແຫຼ່ງຄັດຈາກ VOV)


top