ຂ່າວສານ

ດ່ານັ້ງ ກະກຽມໃຫ້ແກ່ງານບຸນຍິງບັ້ງໄຟດອກສາກົນ 2023 ເປັນຢ່າງດີທີ່ສຸດ

ດ້ວຍຫົວຂໍ້ “ໂລກບໍ່ມີໄລຍະຫ່າງ”, ງານບຸນຈະຈັດຂຶ້ນແຕ່ວັນທີ 02 ມິຖຸນາ ຫາວັນທີ 08 ສິງຫາ ດ້ວຍບັນດາທິມແຂ່ງຂັນທີ່ມາຈາກ ຫວຽດນາມ ແລະ 7 ທິມສາກົນ
  (ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2023 (DIFF 2023) ຈະໄຂຂຶ້ນໃນວັນທີ 02 ມິຖຸນາ)  

ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2023 (DIFF 2023) ຈະໄຂຂຶ້ນໃນວັນທີ 02 ມິຖຸນາ ຈະມາເຖິງ, ຢູ່ນະຄອນ ດ່ານັ້ງ. ພາຍຫຼັງຖືກຂາດຕອນຍ້ອນໂລກລະບາດໂຄວິດ-19 ເປັນເວລາ 3 ປີ. ລາຍການໄຂງານບຸນບັ້ງໄຟດອກປີນີ້ໄດ້ເຕົ້າໂຮມນັກສິລະປິນກວ່າ 180 ຄົນທີ່ມາຈາກ 25 ປະເທດໃນໂລກ ແລະ ມີການເຂົ້າຮ່ວມຂອງບັນດານັກສິລະປະແຖວໜ້າຂອງ ຫວຽດນາມ. ດ້ວຍຫົວຂໍ້ “ໂລກບໍ່ມີໄລຍະຫ່າງ”, ງານບຸນຈະຈັດຂຶ້ນແຕ່ວັນທີ 02 ມິຖຸນາ ຫາວັນທີ 08 ສິງຫາ ດ້ວຍບັນດາທິມແຂ່ງຂັນທີ່ມາຈາກ ຫວຽດນາມ ແລະ 7 ທິມສາກົນ, ລວມມີ: ອັງກິດ, ອີຕາລີ, ໂປໂລຍ, ຝລັ່ງ, ອົດສະຕາລີ, ການາດາ, ແຟງລັງ. ທ່ານ ເລຈູງຈີງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

“ພາຍຫຼັງ 3 ປິທີ່ນະຄອນບໍ່ໃຫ້ດຳເນີນງານບຸນ DIFF, ແນ່ນອນວ່າຈະມີຄວາມຫຍຸ້ງຍາກໃດໜຶ່ງ. ແຕ່ດ້ວຍຄວາມຕັດສິນໃຈຂອງນະຄອນ, ມາຮອດຈຸດເວລານີ້, ທຸກວຽກງານກະກຽມໄດ້ສຳເລັດແລ້ວ. ຂ້າພະເຈົ້າຄິດວ່າ ຈະຮັບປະກັນແຜນການທີ່ໄດ້ວາງອອກ ແລະ ຫວັງວ່າຄ່ຳຄືນໄຂງານບຸນໃນວັນທີ 02 ມິຖຸນາ ຈະບັນລຸຜົນສຳເລັດຢ່າງຈົບງາມ”.


top