ຂ່າວສານ

“ດິນແດນເຫຼັກກ້າ” ນຳເອົາປະຫວັດສາດ ແລະ ວັດທະນະທຳ ຫວຽດນາມ ໄປສູ່ເພື່ອນມິດສາກົນ

ຄະນະສິລະປະ ຫວຽດນາມ ໄດ້ນຳສະເໜີຜົນງານເວທີການສະແດງທີ່ໂດດເດັ່ນ “​ດິນ​ແດນເຫຼັກກ້າ” ມາ​ສະ​ແດງ.
  ເລື່ອງ "ແຜ່ນດິນເຫຼັກກ້າ" ສ້າງຂຶ້ນດ້ວຍຊີວິດຈິງຂອງແມ່ ຫວຽດນາມ ວິລະຊົນ ຫງວຽນທິແຣ່ງ (ພາບ: VNA)  

ໃນຂອບເຂດງານມະໂຫລານເວທີການສະແດງ BRICS 2026 (BRICS Theater Festival 2026), ທີ່​ໄດ້ຈັດຂຶ້ນ​ຢູ່ ອິນເດຍ ແຕ່ວັນທີ 12-14 ຕຸລາ, ຄະນະສິລະປະ ຫວຽດນາມ ໄດ້ນຳສະເໜີຜົນງານເວທີການສະແດງທີ່ໂດດເດັ່ນ “​ດິນ​ແດນເຫຼັກກ້າ”, ​ເຊິ່ງ​ເລົ່າ​ເລື່ອງ​ລາວຂອງລູກ​ຫຼານ​ຊາວ ກູຈີ ວິລະຊົນ.

ຮູບເງົາເລື່ອງ "ແຜ່ນດິນເຫຼັກກ້າ" ສ້າງຂຶ້ນດ້ວຍຊີວິດຈິງຂອງແມ່ ຫວຽດນາມ ວິ​ລະ​ຊົນ ຫງວຽນທິແຣ່ງ ຜູ້ທີ່ສູນເສຍລູກ 8 ຄົນ ແລະ ຫຼານ 2 ຄົນໃນສົງ​ຄາມ​ຕໍ່​ຕ້ານທີ່ຍືດເຍື້ອຂອງຊາດ, ໄດ້ພາຜູ້ຊົມໄປສູ່ເລື່ອງລາວທີ່​ຕື້​ນ​ຕັ​ນ​ໃຈກ່ຽວກັບການເສຍ​ສະ​ຫຼະ​ຊີ​ວິດ ແລະ ຄວາມກ້າຫານຂອງ​ບັນ​ດາທະຫານ, ປະຊາຊົນ ກູຈີ ໃນຊຸມມື້​ຕໍ່​ສູ້​ຢ່າງ​ດຸ​ເດືອດ.

ການມີໜ້າຂອງສິລະປະ ຫວຽດນາມ ຢູ່ ອິນເດຍ ບໍ່ພຽງແຕ່ເປັນການ​ເຊື່ອມ​ຕໍ່​ລະ​ຫ​ວ່​າງວັດທະນະທໍາກັບວັດ​ທະ​ນະ​ທຳ, ປະຫວັດສາດກັບປະຫວັດສາດ, ມະ​ນຸດກັບ​​ມະ​ນຸດເທົ່ານັ້ນ, ​ຫາກຍັງເປັນການ​ເພີ່ມ​ພູນ​ຄູນ​ສ້າງຄວາມເຂົ້າໃຈເຊິ່ງກັນແລະ​ກັນ​ລະ​ຫວ່າງ​ປະ​ຊາ​ຊົນບັນດາປະເທດອີກດ້ວຍ.


top