ຂ່າວສານ

ດຳເນີນກອງປະຊຸມຫຼາຍຄັ້ງໃນຂອບເຂດກອງປະຊຸມ SOM 1 ຂອງອາເປັກ 2017


ຮອ​ງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ

      ວັນ​ທີ 25/2, ຢູ່​ນະ​ຄອນ​ຍາ​ຈາງ ແຂວງ​ແຄ້ງ​ຮ່​ວາ, ກອງ​ປະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ໄດ້​ກ້າວ​ສູ່ມື້​ເຮັດ​ວຽກ​ທີ 8. ໃນ​ວັນ​ດຽວ​ກັນ, ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ທ່ອງ​ທ່ຽວ; ບຳ​ລຸງ​ສ້າງ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ໂຄງ​ການ, ກຸ່ມ​ຊີ້ນ​ຳ​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ນິກ; ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ອາ​ຊີບ​ຫາ​ປາ ແລະ ມາ​ຫາ​ສະ​ໝຸດ…ສືບ​ຕໍ່​ເຮັດ​ວຽກ. ໃນ​ນັ້ນ, ເປັນ​ໜ້າ​ເອົາ​ໃຈ​ໃສ່​ແມ່ນກອງ​ປະ​ຊຸມ​ຄູ​່ຮ່ວ​ມມືນະ​ໂຍ​ບາຍ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ຊຶ່ງ​ຄາດ​ວ່າ​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ຄື​ແຕ່​ວັນ​ທີ 25-28/2/2017.
(ແຫຼ່ງຄັດຈາກ VOV)

top