ຂ່າວສານ

ດັດ​ຊະ​ນີ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດຂອງ ຫວຽດ​ນາມ ທີ່​ເລື່ອນ​ຂຶ້ນ 39 ຂັ້ນ​

ຕາມຕາຕະລາງຈັດອັນດັບຄຸນນະພາບການດຳລົງຊີວິດທົ່ວໂລກປີ 2021 ໂດຍວາລະສານ CEOWORLD (ອາເມລິກາ) ຫາກໍປະກາດແລ້ວ, ຄຸນນະພາບການດຳລົງຊີວິດຂອງ ຫວຽດນາມ ໄດ້ຮັບການປົວແປງຫຼາຍພໍສົມຄວນ ພາຍຫຼັງພຽງ 1 ປີ, ດ້ວຍການເລື່ອນ 39 ຂັ້ນ ໃນຕາຕະລາງຈັດອັນດັບດັ່ງກ່າວໃນປີ 2021.

ພາບປະກອບ: mekongasean.vn

CEOWORLD  ໄດ້ຈັດອັນດັບດັດຊະນີຄຸນນະພາບການດຳລົງຊີວິດ ໂດຍອີງຕາມຫຼາຍມາດຖານຄື ຄ່າໃຊ້ຈ່າຍ; ສະຖຽນລະພາບດ້ານເສດຖະກິດ - ການເມືອງ; ສິ່ງແວດລ້ອມການເຮັດວຽກ; ຄວາມສະເໝີພາບກ່ຽວກັບລາຍຮັບ; ລະບົບການສຶກສາ; ລະບົບສາທາລະນະສຸກ… ຕາມບົດລາຍງານແລ້ວ, ດັດຊະນີ “ຄຸນນະພາບການດຳລົງຊີວິດ” ຂອງ ຫວຽດນາມ ແມ່ນ 78,49  ຄະແນນ, ຢືນອັນດັບທີ 62/165 ປະເທດໃນຕາຕະລາງຈັດອັນດັບ. ເມື່ອທຽບໃສ່ປີ 2020 (ຫວຽດນາມ ຢືນອັນດັບທີ 101/171 ບັນດາປະເທດໃນໂລກ), ອັນດັບຄຸນນະພາບການດຳລົງຊີວິດຂອງ ຫວຽດນາມ ໄດ້ເລື່ອນຂຶ້ນ 39 ຂັ້ນ ພາຍຫຼັງພຽງ 1 ປີ.

        ກໍໃນຕາຕະລາງຈັດອັນດັບດັ່ງກ່າວ, ແຟັງລັງ ແມ່ນປະເທດທີ່ມີຄຸນນະພາບການດຳລົງຊີວິດດີທີ່ສຸດໃນໂລກ ດ້ວຍດັດຊະນີຄຸນນະພາບການດຳລົງຊີວິດບັນລຸ 99,06 ຄະແນນ. ຖັດຈາກນັ້ນແມ່ນ ແດນມາກ (98,13 ຄະແນນ) ແລະ ນັອກແວ (96,75 ຄະແນນ).

(ແຫຼ່ງຄັດຈາກ VOV)

top