ຂ່າວສານ

ດັດປັບແຜນນະໂຍບາຍການລົງທຶນຢູ່ເສັ້ນທາງຄວາມໄວສູງແຕ່ພາກ ເໜືອ - ພາກໃຕ້ ເພື່ອພັດທະນາເສດຖະກິດ

      ໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດສະເໜີກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍດ້ານການເງິນ - ງົບປະມານສະເພາະສໍາລັບນະຄອນຫຼວງຮ່າໂນ້ຍ. 

(ພາບປະກອບ: VOV)
      ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ວາລະປະຊຸມຄົບຄະນະທີ່ໄດ້ດໍາເນີນໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມຊຸດທີ 14, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ຫງວຽນວັນເຖ ໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດກ່ຽວກັບການດັດປັບແຜນນະໂຍບາຍການລົງທຶນໂຄງການກໍ່ສ້າງບາງຕອນຂອງເສັ້ນທາງຄວາມໄວສູງໃນເສັ້ນເຊື່ອມຕໍ່ແຕ່ພາກເໜືອ - ພາກໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020. ນະທີ່ໜ້າ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະ ຊອກຫາວິທີການແກ້ໄຂ ເພື່ອຍູ້ໄວຄວາມຄືບໜ້າກໍ່ສ້າງສໍາເລັດບັນດາໂຄງການຄົມມະນາຄົມໂດຍໄວ.
        ແລະກໍໃນຕອນເຊົ້າຂອງວັນດຽວກັນ, ສະພາແຫ່ງຊາດ ໄດ້ຮັບຟັງບົດສະເໜີກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍດ້ານການເງິນ - ງົບປະມານສະເພາະສໍາລັບນະຄອນຫຼວງຮ່າໂນ້ຍ. 
(ແຫຼ່ງຄັດຈາກ VOV)
 

top