ຂ່າວສານ

ດັດຊະນີການພັດທະນາມະນຸດຂອງຫວຽດນາມ ສືບຕໍ່ໄດ້ປັບປຸງ

      ກົມໃຫ່ຍສະຖິຕິກໍ່ໄດ້ຊີ້ໃຫ້ເຫັນ, ບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ລ້ວນແຕ່ບັນລຸໄດ້ HDI  ປີ 2020 ສູງກວ່າ ປີ 2016. ສີ່ງທີ່ເປັນໜ້າເອົາໃຈໃສ່ແມ່ນ, ນັບແຕ່ ປີ 2018-2019 ກຸ່ມທີ່ບັນລຸລະດັບສູງ ໄດ້ເພີ່ມຂຶ້ນແຕ່ 18 ຫາ 21 ທ້ອງຖິ່ນ ແລະ ຮອດ ປີ 2020 ເພີ່ມຂຶ້ນ 24 ທ້ອງຖິ່ນ.
 
ກອງປະຊຸມຖະແຫຼງຂ່າວ ປະກາດສະພາບການກ່ຽວກັບແຮງງານ ແລະ ວຽກເຮັດງານທຳ ໄຕມາດ IV  ປີ 2021 ແລະ ດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ໃນປີ 2016-2020 (ພາບ: TTXVN)
      ທີ່ກອງປະຊຸມຖະແຫຼງຂ່າວປະກາດສະພາບການກ່ຽວກັບແຮງງານ ແລະ ວຽກເຮັດງານທຳ ໄຕມາດ IV  ປີ 2021 ແລະ ດັດຊະນີການພັດທະນາມະນຸດຂອງ ຫວຽດນາມ ໃນປີ 2016-2020  ໂດຍກົມໃຫ່ຍສະຖິຕິ ຈັດຂຶ້ນ ໃນວັນທີ 06 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງຫງວຽນທິແທັງ, ຮອງຫົວໜ້າກົມສະຖິຕິປະຊາກອນ ແລະ ແຮງງານ, ກົມໃຫຍ່ສະຖິຕິ, ໃຫ້ຮູ້ວ່າ, ດັດຊະນີການພັດທະນາມະນຸດ(HDI) ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງໃນໄລຍະ 2016-2020.
      ກົມໃຫ່ຍສະຖິຕິກໍ່ໄດ້ຊີ້ໃຫ້ເຫັນ, ບັນດາແຂວງ, ນະຄອນທີ່ຂຶ້ນກັບສູນກາງ ລ້ວນແຕ່ບັນລຸໄດ້ HDI  ປີ 2020 ສູງກວ່າ ປີ 2016. ສີ່ງທີ່ເປັນໜ້າເອົາໃຈໃສ່ແມ່ນ, ນັບແຕ່ ປີ 2018-2019 ກຸ່ມທີ່ບັນລຸລະດັບສູງ ໄດ້ເພີ່ມຂຶ້ນແຕ່ 18 ຫາ 21 ທ້ອງຖິ່ນ ແລະ ຮອດ ປີ 2020 ເພີ່ມຂຶ້ນ 24 ທ້ອງຖິ່ນ.
ບົນພື້ນຖານໄຈ້ແຍກພຶດຕິກຳ ແລະ ສະພາບຕົວຈິງ  HDI ຂອງທົ່ວປະເທດ ແລະ 63 ແຂວງ, ນະຄອນຂຶ້ນກັບສູນກາງ, ກົມໃຫ່ຍສະຖິຕິສະເໜີບາງຂໍ້ແນະນຳ, ໃນນັ້ນເນັ້ນໜັກວ່າ HDI ແມ່ນເຄື່ອງວັດແທກໂດຍລວມ, ຕີລາຄາໝາກຜົນ ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດທັງໝົດ. ສະນັ້ນ, HDI ຕ້ອງແມ່ນໜຶ່ງໃນບັນດາ ຄາດໝາຍຕົ້ນຕໍໃນຍຸດທະສາດ, ແຜນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ກໍ່ຄືຂອງແຕ່ລະທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)


top