ຂ່າວສານ

ດັກ​ລັກ​ປະ​ຕິ​ບັດ​ການ​ຮ່ວມ​ສຳ​ພັນ​ລະ​ບົບ​ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ກະ​ເສດ

ພ້ອມກັບການປ່ຽນແປງໃໝ່ຈິນຕະນາການໃນການຜະລິດກະສິກຳ, ບັນດາຊາວກະສິກອນ, ສະຫະກອນ, ວິສາຫະກິດຢູ່ດັກລັກ ໄດ້ ແລະ ພວມປະຕິບັດລະບົບຮ່ວມສຳພັນໃນການຜະລິດກະສິກຳ. ບັນດາລະບົບຮ່ວມສຳພັນ ໄດ້ຊ່ວຍໃຫ້ຊາວກະສິກອນມີຄວາມອຸ່ນອ່ຽນໃຈຜະລິດອອກຜະລິດຕະພັນ. ສະຫະກອນໄດ້ກ້າເປີດກ້ວາງຂອບຂະໜາດການເຄື່ອນໄຫວ. ວິສາຫະກິດມີແຫຼ່ງສະຫນອງສິນຄ້າເປັນປົກກະຕິເພື່ອສົ່ງອອກສູ່ຕະຫຼາດ. ການຮ່ວມສຳພັນລະຫວ່າງການຜະລິດ-ປຸງແຕ່ງ-ຈຳໜ່າຍ ພວມສະແດງໃຫ້ເຫັນປະສິດທິຜົນໃນການຍົກສູງມູນຄ່າຜະລິດຕະພັນກະເສດ, ມຸ່ງໄປເຖິງພື້ນຖານກະສິກຳແບບຍືນຍົງຢູ່ທ້ອງຖິ່ນ.
   ສະມາຊິກ ສະຫະກອນການບໍລິການສັງລວມກະສິກຳທັງບິນ ກວດກາທົ່ງນາປູກຕາມມາດຖານ VietGAP (ພາບ: baodaklak.vn)  

 ໃນຊຸມປີມໍ່ໆມານີ້, ຜະລິດຕະພັນ “ເຂົ້າສານປອດສານພິດທັງບິນ HTB” ຂອງສະຫະກອນການບໍລິການສັງລວມກະສິກຳທັງບິນ, ຕາແສງ ກືເກີຕີ, ເມືອງກຼົງບົງ ໄດ້ຮັບການຕີລາຄາສູງຈາກຜູ້ບໍລິໂພກ. ປະຈຸບັນ, ເຄື່ອງໝາຍການຄ້າ ເຂົ້າສານປອດສານພິດທັງບິນ HTB ມີສາຂາຈຳໜ່າຍຢູ່ 12 ແຂວງນະຄອນໃນທົ່ວປະເທດ. ທ່ານຫວໍ້ວັນເຊີນ, ປະທານສະຫະກອນການບໍລິການສັງລວມກະສິກຳທັງບິນ ໃຫ້ຮູ້ວ່າ:

ກ່ອນນີ້, ການຮ່ວມສຳພັນແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ຫຼັງຈາກນັ້ນແມ່ນແກ້ໄຂຄວາມຫຍຸ້ງຍາກໃນການຈຳໜ່າຍຜະລິດຕະພັນ, ນັ້ນແມ່ນການ maketing ຜະລິດຕະພັນ ຫລືຕ້ອງສຳພັດກັບຕະຫຼາດ, ນີ້ກໍ່ແມ່ນບາດກ້າວທີ່ທາງສະຫະກອນໜູນຊ່ວຍຊາວກະສິກອນ ເພື່ອສົ່ງຜະລິດຕະພັນອອກສູ່ຕະຫຼາດໃຫ່ຍເທື່ອລະກ້າວ.

  ທ່ານ ເຈືອງງອກກວາງ (ຊ້າຍ) ແນະນຳຊາວກະສິກອນເຕັກນິກປູກຕົ້ນກາກາວ (ພາບ: ເຈືອງງອກກວາງ)  

 ສຳລັບບັນດາວິສາຫະກິດນຳໜ້າໃນການປະຕິບັດການສະໜອງຜະລິດຕະພັນກະເສດອອກສູ່ຕະຫຼາດນັ້ນ, ການຍູ້ແຮງການຮ່ວມສຳພັນໃນການຜະລິດ, ຈຳໜ່າຍຜະລິດຕະພັນ ໄດ້ສ້າງໃຫ້ມີບັນດາລະບົບສະໜອງຜະລິດຕະພັນປອດສານພິດ ແມ່ນ ສິ່ງທີ່ຈຳເປັນເພື່ອມຸ່ງໄປເຖິງພື້ນຖານການຜະລິດສິນຄ້າທັນສະໄໝ ນຳມາເຊິ່ງຄຸນຄ່າເພີ່ມຂຶ້ນສູງ. ທ່ານນາງ ຫງວຽນທິທູເຟືອງ, ຜູ້ອຳນວຍການບໍລິສັດຫຸ້ນສ່ວນ Damaca ງວຽນເຟືອງ, ຕາແສງຝູລົກ, ເມືອງກຼົງນັງ ໃຫ້ຮູ້ວ່າ:

ປະຈຸບັນ, ຊາວກະສິກອນປູກຝັງຕາມຄວາມສາມາດຂອງເຂົາເຈົ້າ ແລະ ຜະລິດຕະພັນທີ່ຜະລິດອອກມານັ້ນມີຄຸນນະພາບຈະບໍ່ເທົ່າທຽມກັນ. ສະນັ້ນ, ວິສາຫະກິດ, ອົງການມີໜ້າທີ່ຮັບຜິດຊອບ, ອຳນາດການປົກຄອງທ້ອງຖິ່ນ ຕ້ອງໜູນຊ່ວຍ, ເຮັດພ້ອມກັບເຂົາເຈົ້າ ເພື່ອສາມາດຜະລິດໄດ້ຜະລິດຕະພັນທີ່ດີທີ່ສຸດຄື: ແນະນຳວີທີບົວລະບັດຕົ້ນໄມ້, ເກັບກ່ຽວຖືກຕ້ອງຕາມລະດູການເພື່ອບັນລຸໝາກຜົນດີທີ່ສຸດ.

ໃນຕົວຈິງ, ຢູ່ແຂວງດັກລັກ, ບັນດາລະບົບຮ່ວມສຳພັນໃນການປຸງແຕ່ງຜະລິດຕະພັນກະເສດຍັງມີໜ້ອຍ, ຂອບຂະໜາດບໍ່ໃຫ່ຍ; ການລົງທຶນໃຫ້ແກ່ຂະແໜງອຸດສາຫະກຳປຸງແຕ່ງຍັງຈຳກັດຢູ່, ສະນັ້ນ ບໍ່ທັນຍົກສູງມູນຄ່າຜະລິດຕະພັນຜ່ານລະບົບໄດ້. ຕາມທ່ານ ຫງວຽນຮ່ວາຍເຢືອງ, ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງດັກລັກ ແລ້ວ, ໃນສະພາບການປະຈຸບັນ, ການສ້າງບັນດາລະບົບຮ່ວມສຳພັນ ແມ່ນມາດຕະການສຳຄັນ ເພື່ອຮັບປະກັນ “ສົ້ນອອກ” ຂອງຜະລິດຕະພັນກະເສດຢ່າງສະດວກ. ເພື່ອໜູນຊ່ວຍພັດທະນາລະບົບຮ່ວມສຳພັນ, ດັກລັກ ໄດ້ ແລະ ພວມຕັ້ງໜ້າຜັນຂະຫຍາຍບັນດາດຳລັດຂອງລັດຖະບານ ກ່ຽວກັບນະໂຍບາຍສົ່ງເສີມພັດທະນາການຮ່ວມມື, ຮ່ວມສຳພັນໃນການຜະລິດ ແລະ ຈຳໜ່າຍຜະລິດຕະພັນກະເສດ. ໃນນັ້ນ, ສຸມໃສ່ຊຸກຍູ້ບັນດານະໂຍບາຍໜູນຊ່ວຍຫຼັງການລົງທຶນ. ທ່ານ ຫງວຽນຮ່ວາຍເຢືອງ ກ່າວວ່າ:

ຕອ້ງໂຄສະນາ, ໜູນຊ່ວຍ, ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດໃຫ້ແກ່ ທ້ອງຖິ່ນ, ຂົງເຂດຕ່າງໆໃນແຂວງ. ພິເສດແມ່ນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ກ່ຽວກັບບັນດາຜະລິດຕະພັນພິເສດ, ການເຊື່ອມຕໍ່ຈຳໜ່າຍຜະລິດຕະພັນ ແມ່ນຂອດສຳຄັນທີ່ສຸດໃນການສ້າງລະບົບມູນຄ່າຜະລິດຕະພັນ.

ປະຈຸບັນ, ດັກລັກ ມີກ່ວາ 380 ສະຫະກອນກະສິກຳ ແລະ ກ່ວາ 90 ວິສາຫະກິດນຳເຂົ້າສົ່ງອອກ. ຜະລິດຕະພັນກະເສດຂອງແຂວງ ໄດ້ສົ່ງອອກໄປຍັງ 68 ປະເທດ ແລະ ເຂດແຄ້ວນໃນໂລກ. ພິເສດກໍ່ໄດ້ແຊກຊຶມເຂົ້າບັນດາຕະຫຼາດໃຫ່່ຍຄື: ອາເມລິກາ, ຍີ່ປຸ່ນ, ອັງກິດ, ຝະລັ່ງ…. ນີ້ແມ່ນປະຖົມປັດໄຈສຳຄັນ ໃນການປະຕິບັດລະບົບຮ່ວມສຳພັນໃນການຜະລິດກະສິກຳ. ຖ້າຫາກວ່າ ດັກລັກ ເສີມຂະຫຍາຍທ່າໄດ້ປຽບເປັນຢ່າງດີ ເພື່ອປະຕິບັດລະບົບຮ່ວມສຳພັນ ຈະປະກອບສ່ວນສຳຄັນ ເຂົ້າໃນການຮັບປະກັນຄຸນນະພາບຂອງຜະລິດຕະພັນ, ຍົກສູງມູນຄ່າເພີ່ມໄດ້ ແລະ ພັດທະນາກະສິກຳແບບຍືນຍົງໄດ້ ຕໍ່ໜ້າບັນດາການຜັນແປຂອງຕະຫຼາດ./.


top