ດ້ວຍຄວາມຮັກ ທ່ີມີຕໍ່ດອກບົວ ມາແຕ່ນ້ອຍ ຈົນກາຍເປັນນັກສຶກສາຂະແໜງການສຶກສາວິຈິດສິນ ຂອງ ມະຫາວິທະຍາໄລ ສ້າງ ຄູຮ່າໂນ້ຍ ແລະ ປັດຈຸບັນ ພວມເຮັດວຽກໃນ ຂົງເຂດການສຶກສາ, ນາຍຄູຖຸຍເຮື່ອງ ຍາມໃດກໍ່ນຳຮູບດອກບົວ ເຂົ້າ ໃນຮູບແຕ້ມ ແຕ່ ລະແຜ່ນ ຂອງ ຕົນ.
ງານວາງສະແດງ “ການເດີນທາງເພື່ອຊີວິດ ແລະ ຄວາມຮັກ -2024” ຂອງນາຍຄູ ຖຸຍເຮື່ອງ ໄດ້ດຶງດູດມວນຊົນ ທ່ີມັກຮັກ ສິລະປະ ເຂົ້າຊົມ ເປັນຈຳນວນຫຼວງຫຼາຍ.
ຮູບແຕ້ມ ດອກບົວ ຂອງນາຍຄູ ຖຸຍເຮື່ອງ ແມ່ນຕິດພັນ ກັບ ມໍລະ ດົກ ສະຖາປັດຕະຍະກຳ ຂອງ
ຫວຽດນາມ.
ເປັນການຍາກທີ່ຈະບັນລະຍາຍເຖິງຄວາມຮູ້ສຶກທັງໝົດເມື່ອເບິ່ງຮູບແຕ້ມຂອງທ່ານນາງ ເຮື່ອງ, ເນື່ອງຈາກມີສີສັນ ທ່ີມີພະລັງງານ ແລະ ຄວາມອົບອຸ່ນ ທີ່ນັກຈິດຕະກອນ ແລະ ອາຈານຜູ້ນີ້ ຝັງນໍ້າ ໃຈ ແລະ ຈິດວິນຍານ ຂອງຕົນເຂົ້າໃນຮູບແຕ້ມ.
ສິ່ງທີ່ພິເສດກ່ຽວກັບດອກບົວ ໃນຮູບແຕ້ມ ຂອງ ເພິ່ນຄື ດອກບົວ ໄດ້ຕິດພັນກັບຫຼາຍໆ ສິ່ງ, ນັ້ນແມ່ນຕິດພັນກັບມໍລະດົກ, ທຳມະຊາດ, ຜູ້ຄົນຫວຽດນາມ. ດອກບົວ ຕາມທັດສະນະ ຂອງ ຄູ ຄົນ ໜຶ່ງ, ຜົນງານການປະດິດແຕ່ງ ຂອງ ທ່ານນາງ ຖຸຍເຮື່ອງ ແມ່ນສວຍງາມ ດ້ວຍສີສັນສົດໃສເຊັ່ນ: ສີເຫຼືອງ, ສີອິດ, ສີຂາວ ແລະ ຕິດພັນກັບສັດ, ທຳມະຊາດ, ກົດເກນຂອງມະນຸດ ແລະ ຜືນແຜ່ນ ດິນ. ທັງໝົດປະສານເຂົ້າກັນ ກາຍເປັນການເດີນທາງຂອງມະນຸດ ທີ່ອຸດົມສົມບູນ ແລະ ເລິກເຊິ່ງຂອງ “ການດໍາລົງຊີວິດແລະ ຄວາມ ຮັກ”.
ຊົມ ຕ່າງຫຼົງໄຫຼ ໃນຮູບແຕ້ມ ດອກບົວ ຂອງ ນາຍຄູ ຖຸຍເຮື່ອງ.
ເດັກໆ ທີ່ຮັກສິລະປະ ເຂົ້າເບິ່ງຮູບແຕ້ມດອກບົວ ຂອງ ນາຍຄູ ຖຸຍເຮື່ອງ.
ຊົມພາບແຕ້ມ ຂອງ ທ່ານນາງ ຖຸຍເຮື່ອງ - ປະທານສະມາຄົມເພື່ອນມໍລະດົກ ຫວຽດນາມ (FVH) ກ່າວວ່າ: “ດອກບົວ ແມ່ນປະ ເພດດອກໄມ້ ທີ່ຂ້າພະເຈົ້າມັກ ແລະ ຂ້າພະເຈົ້າຕິດໃຈກັບດອກບົວຂອງ ນາຍຄູ ຖຸຍເຮື່ອງ ຈາກມຸມມອງທີ່ອ່ອນໂຍນ. ໃນຮູບແຕ້ມ ຂອງ ເພິ່ນ ມີສັດບາງຊະນິດ ທີ່ຢູ່ໃກ້ກັບຊີວິດ ຂອງ ມະນຸດ, ນອກ ນັ້ນ ຍັງມໍລະດົກວັດທະນະທຳ ຂອງ ຫວຽດນາມ ຫຼາຍແຫ່ງຄື: ວັດ ເທຫຸກ, ກຳແພງ ໂກລວາ, ຂົວ ຈ່າງຕ່ຽນ (ເຫວ້) ແມ່ນສະ ຖານທີ່ ທີ່ຂ້າພະເຈົ້າເຄີຍໄປ. ຂ້າພະເຈົ້າເຫັນວ່າ ບັນດາຮູບແຕ້ມຂອງ ທ່ານນາງ ຖຸຍເຮື່ອງ ເບິ່ງຄືວ່າ ລຽບງ່າຍ ແຕ່ແຝງໄປດ້ວຍ ຄວາມ ຮູ້ສຶກເລິກເຊິ່ງຢູ່ຂ້າງໃນ, ນັບແຕ່ຄວາມຮັກ ທ່ີມີຕໍ່ທຳມະຊາດ ຂອງ ປະເທດຊາດ, ໄປເຖິງຄວາມຮັກຕໍ່ຊີວິດ, ຮູບແຕ້ມເຫຼົ່າ ນີ້ ລ້ວນມີຄວາມຊາບຊຶ້ງໃຈຢ່າງຍິ່ງ”.
ບົດ: ເງິນຮ່າ/VNP- ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ