ແຟຊັ່ນ

ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດ

“ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດ” ​ແມ່ນ​ຊື່​​ຊຸດ​ແຟຊັ່ນ ​ຂອງ​ນັກອອກແບບ ຫວູ໊ລານແອ໋ງ, ຜູ້​ກໍ່​ຕັ້ງ​ເຄື່ອງ​ໝາຍ​ການຄ້າ ອ໋າວຢ່າຍ ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ La SEN VU, ​ໄດ້​ສ້າງຄວາມ​ດູດ​ດື່ມ​ໃຫ້​ຜູ້​ຊົມ​ທີ່​ຮັກ​ແພງ​ ແຟຊັ່ນ​ ດ້ວຍ​ລວດລາຍ​ຂອງ ບັນດາຊຸດ ອ໋າວຢ່າຍ ທີ່​ເຂັ້ມຂຸ້ນໄປດ້ວຍລັກສະນະຊາດ. 

“ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດ” ​ແມ່ນ​ຊື່​​ຊຸດ​ແຟຊັ່ນ ​ຂອງ​ນັກອອກແບບ ຫວູ໊ລານແອ໋ງ, ຜູ້​ກໍ່​ຕັ້ງ​ເຄື່ອງ​ໝາຍ​ການຄ້າ ອ໋າວຢ່າຍ ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ La SEN VU, ​ໄດ້​ສ້າງຄວາມ​ດູດ​ດື່ມ​ໃຫ້​ຜູ້​ຊົມ​ທີ່​ຮັກ​ແພງ​ ແຟຊັ່ນ​ ດ້ວຍ​ລວດລາຍ​ຂອງ ບັນດາຊຸດ ອ໋າວຢ່າຍ ທີ່​ເຂັ້ມຂຸ້ນໄປດ້ວຍລັກສະນະຊາດ. 


ຊຸດສະສົມ ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດປຽບໄດ້ກັບການເຕົ້າໂຮມກັນ ອັນສະຫງ່າງາມ ແລະ ກ້າຫານ ລະ ຫວ່າງແນວຄວາມຄິດ ແຟຊັ່ນ ທີ່ໂດດເດັ່ນ ຂອງນັກອອກແບບ ຫວູ໊ລານແອ໋ງ ແລະ ຄວາມງາມທາງດ້ານ ວັດທະນະທຳ ຂອງ ຫວຽດນາມ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານລວດລາຍ​ເທິງ ອ໋າ​ວ​ຢ່າຍ ແຕ່ລະຊຸດ.

ນັກອອກແບບ ຫວູ໊ລານແອ໋ງ ໄດ້ຄັດເລືອກ ແລະ ຫັນເປັນສັນຍະ ລັກ ໂດດເດັ່ນບັນດາຮູບຊົງ ທີ່ເປັນແບບຢ່າງ ຂອງ ວັດທະນະທຳພາກເໜືອ ເຊັ່ນ: ດອກເບັນຈາມາດ, ດອກບົວ, ນົກກະຣ່ຽງ, ມັງ ກອນ, ຕົ້ນແປກ-ເບັນຈາມາດ-ໄມ້ຊອດ-ນົກຫົງ... ​ເພື່ອ​​ເຊີດ​ຊູ​ບັນ ດາ​ຄຸນຄ່າ​ມໍລະດົກ ​ແລະ ​ເຊີດ​ຊູ​ຄວາມ​ງາມ, ຄວາມ​ສະຫງ່າ​ງາມ​ຂອງ​ ແມ່ຍິງ ຫວຽດນາມ.

 






ນອກຈາກ​ນັ້ນ, ນັກ​ອອກ​ແບບ ຫວູ໊​ລານ​ແອ໋​ງ ຍັງ​ສຸມ​ໃສ່​ເລືອກ​ເຟັ້ນ​ວັດ​ສະ​ດຸ ​ແລະ ນຳ​ໃຊ້​ເຕັກນິກ ​ຕັດຫຍິບ​ຫຼາຍ​ຮູບ​ແບບ​ເພື່ອ​ສ້າງ​ຮູບ​ແບບ​ ອ໋າວຢ່າຍ ​ທີ່​ເປັນ​ເອກະລັກ​ສະ​ເພາະ. ຊຸດສະສົມ ດອກເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດສ່ວນຫຼາຍໄດ້ນຳໃຊ້ຜ້າ  ໄໝ, ໄໝ, ກໍາມະຫຍີ່, ສົມທົບກັບການຖັກແສ່ວດ້ວຍມື, ຕໍ່າແບບ ຫັດຖະກຳ, ຖັກແສ່ວ ຕາມເຕັກນິກ ດີຈີຕອນ ແລະ ພິເສດແມ່ນເຕັກນິກ ການຫຍິບ. ບໍ່​ພຽງ​ແຕ່​ສຸມ​ໃສ່​ການ​ອອກ​ແບບ​ຊຸດ​ອາພອນ​ເທົ່າ​ນັ້ນ, ນັກ​ອອກ​ແບບ ຫວູ໊​ລານ​ແອ໋ງ ຍັງ​ລົງທຶນ​ເຂົ້າ​ໃນ​ບັນດາ​ພາກສ່ວນສຳຮອງ, ສ້າງ​ບັນດາ​ຈຸດເດັ່ນ ທີ່ລະອຽດອ່ອນ​ ເຊັ່ນ: ຮູບ​ແຕ້ມ​ສິລະ​ປະ​ ໃຫ້ແກ່ ອ໋າວຢ່າຍ ແຕ່ລະຊຸດ.

ລາຍການສະແດງຊຸດສະສົມ ອ໋າວຢ່າຍ ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ຊົມ ເມື່ອໄດ້ເຊີດຊູບັນດາຄວາມງາມ ທາງວັດທະນະທຳ ທີ່ຄົງຢູ່ ຕະ ຫຼອດການ ຂອງ ຊາດ ຫວຽດນາມ.

 

ດອກ ເບັນຈະມາດ ແລະ ດວງອາທິດ ດ້າຍຫວຽດ


 

 


top