ຂ່າວສານ

ຍ້ອງຍໍຊົມເຊີຍບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນ

ບັນດາວິສາຫະກິດໄດ້ຮັບການເຊີດຊູໃນ top 10 ປີ 2019 ແມ່ນ: ບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ (VNPT), ບໍລິສັດໃຫຍ່ໂທລະຄົມມະນາຄົມ Mobifone, ບໍລິສັດຫຸ້ນສ່ວນລົງທຶນການຄ້າ ແລະ ພັດທະນາເຕັກໂນໂລຊີ FSI…


ພິທີຍ້ອງຍໍຊົມເຊີຍ

(ພາບ: TTXVN)


ໃນຂອບເຂດບັນດາເຫດການຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດນະຄອນອັດສະລິຍະ 2019, ຕອນຄໍ່ຳວັນທີ 22 ຕຸລາ, ຢູ່ນະຄອນດ່ານັ້ງ, ໄດ້ດຳເນີນພິທີມອບນາມມະຍົດ “50+10 ວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານແຖວໜ້າຫວຽດນາມ” ປີ 2019 ໂດຍສະຫະສະມາຄົມຊອັບແວ ແລະ ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ ຈັດຕັ້ງ.

        ບັນດາວິສາຫະກິດໄດ້ຮັບການເຊີດຊູໃນ top 10 ປີ 2019 ແມ່ນ: ບໍລິສັດໄປສະນີໂທລະຄົມມະນາຄົມຫວຽດນາມ (VNPT), ບໍລິສັດໃຫຍ່ໂທລະຄົມມະນາຄົມ Mobifone, ບໍລິສັດຫຸ້ນສ່ວນລົງທຶນການຄ້າ ແລະ ພັດທະນາເຕັກໂນໂລຊີ FSI… ນີ້ແມ່ນບັນດາບໍລິສັດມີຍອດລາຍຮັບປີ 2018 ບັນລຸກວ່າ 693.000 ຕື້ດົ່ງ (ເທົ່າກັບປະມານ 30,6 ຕື້ USD).

        Top 10 ວິສາຫະກິດມີກຳລັງຄວາມສາມາດເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນໄດ້ຮັບການຄັດເລືອກໂດຍອີງໃສ່ບັນດາມາດຕະຖານຄື: ບັນດາຕົວເລກຄາດໝາຍດ້ານການເງິນ, ຊັບພະຍາກອນມະນຸດ, ຕະຫຼາດ ແລະ ລູກຄ້າ; ເຕັກໂນໂລຊີ ແລະ ຜະລິດຕະພັນ…

(ແຫຼ່ງຄັດຈາກ VOV)


top