ຂ່າວສານ

ຍ້ອງຍໍຊົມເຊີຍ ແພດໝໍໜຸ່ມດີເດັ່ນ 10 ຄົນ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ວັນທີ 12 ມີນາ, ຢູ່ຮ່າໂນ້ຍ, ສະພາຄັດເລືອກລາງວັນແພດໝໍໜຸ່ມ ຫວຽດນາມ ດີເດັ່ນປີ 2021 ໄດ້ຄັດເລືອກ 10 ສ່ວນບຸນກຄົນດີເດັ່ນໃນຈຳນວນ 100 ກວ່າຄົນທີ່ໄດ້ສະເໜີມາ, ເພື່ອມອບລາງວັນແພດໝໍໜຸ່ມ ຫວຽດນາມ ຄັ້ງທີ 10.
  ລາງວັນແພດໝໍໜຸ່ມດີເດັ່ນປີນີ້ ມີຫົວຂໍ້ “ແພດໝໍໜຸ່ມໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” (ພາບປະກອບ: TTXVN)   

 ລາງວັນຄັ້ງນີ້ ມີຫົວຂໍ້ “ແພດໝໍໜຸ່ມໃນບັ້ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19”. ລາງວັນດັ່ງກ່າວ ໂດຍສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມ ຫວຽດນາມ, ສູນກາງ ສະມາຄົມແພດໝໍໜຸ່ມ ຫວຽດນາມ ສົມທົບກັບກະຊວງສາທາລະນະສຸກຈັດຂຶ້ນ ແນໃສ່ຍ້ອງຍໍຊົມເຊີຍແພດໝໍໜຸ່ມທີ່ດີເດັ່ນໃນວຽກງານເບິ່ງແຍງດູແລ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ໝູນໃຊ້ເຕັກໂນໂລຢີ, ອາສາສະໝັກເພື່ອສຸຂະພາບຂອງວົງຄະນະຍາດ; ຜ່ານນັ້ນຂະຫຍາຍແບບຢ່າງແພດໝໍໜຸ່ມ ຫວຽດນາມ ດີເດັ່ນ.

ເນື່ອງໃນໂອກາດນີ້, ຜູ້ຕາງໜ້າການນຳມະຫາວິທະຍາໄລ ອາຊີຕາເວັນອອກ ກໍໄດ້ມອບຂອງຂວັນ 10 ພູດ (ມູນຄ່າ 1 ລ້ານດົ່ງ ຕໍ່ພູດ) ແກ່ 10 ຄອບຄົວຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລິເວນແຂວງ ກວາງນາມ, ດ່າໜັງ ທີ່ໄດ້ເສຍຊີວິດຢູ່ເກາະ ກາກມາ.



top