ເກືອບ 2 ເດືອນຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລ ໄດ້ມີຄວາມຕັດສິນໃຈສູງ, ສຸມແຫຼ່ງກຳລັງປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ດ້ວຍຈຸດປະສົງ “ຢຶດໝັ້ນຕໍ່ສູ້ກັບການຂຸດຄົ້ນ IUU, ຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ສຳລັບອາຊີບຫາປາ ຫວຽດນາມ ໃນປີ 2025.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)
ຍົກເລີກບັດເຫຼືອງ IUU ເພື່ອການພັດທະນາແບບຍືນຍົງຂອງຂະແໜງສິນໃນນ້ຳ ຫວຽດນາມ. ສິ່ງດັ່ງກ່າວໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກໃນຂະນະເປັນປະທານວາລະປະຊຸມຄັ້ງທີ 25 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ສຳນັກງານລັດຖະບານ. ເມື່ອກ່າວຄຳເຫັນທີ່ວາລະປະຊຸມທີ່ໄດ້ເຊື່ອມຕໍ່ກັບ 21 ແຂວງ, ນະຄອນແຄມທະເລ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ເກືອບ 2 ເດືອນຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລ ໄດ້ມີຄວາມຕັດສິນໃຈສູງ, ສຸມແຫຼ່ງກຳລັງປະຕິບັດເດືອນຈຸດສຸມຕ້ານການຂຸດຄົ້ນ IUU ດ້ວຍຈຸດປະສົງ “ຢຶດໝັ້ນຕໍ່ສູ້ກັບການຂຸດຄົ້ນ IUU, ຕັດສິນໃຈຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ (EC) ສຳລັບອາຊີບຫາປາ ຫວຽດນາມ ໃນປີ 2025. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສຸມໃສ່ສ້າງບົດລາຍງານຕາມຂໍ້ສະເໜີແນະຂອງ EC, ວາງເປົ້າໝາຍຮອດທ້າຍປີ 2025 ຕ້ອງຍົກເລີກບັດເຫຼືອງ IUU. ພິເສດ, ສິ່ງສຳຄັນກວ່າແມ່ນ ຕ້ອງພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ.