ຂ່າວສານ

ຍົກ​ສູງ​​ປະ​ສິດ​ທິ​ຜົນ​​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ກ່​ວາ​ອີກ

ຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວໍວັນເຖືອງໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
  ທ່ານປະທານປະເທດ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ (ພາບ: TTXVN)  

ທ່ານປະທານປະເທດ ຫວໍວັນເຖືອງເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະຊຸກຍູ້ຢ່າງແຮງການພົວພັນຮ່ວມມືລະຫວ່າງສອງຄະນະພົວພັນຕ່າງປະເທດສອງພັກ, ປະກອບສ່ວນຍົກສູງ ປະສິດທິຜົນການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງປະເທດໃນໄລຍະຈະມາເຖິງກວ່າອີກ. ທ່ານປະທານປະເທດ ຫວໍວັນເຖືອງເນັ້ນໜັກວ່າ ການພົວພັນ, ນ້ຳໃຈມິດຕະພາບ ຫວຽດນາມ - ລາວແມ່ນພິເສດທີ່ສຸດ. ແຕ່ລະບາດກ້າວ, ຜົນສຳເລັດໃນການປົກປັກຮັກສາ, ສ້າງສາປະເທດ ຫວຽດນາມ ຍາມໃດກໍ່ມີການສະໜັບສະໜູນ, ຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນລາວ.

ສ່ວນທ່ານ ທອງສະຫວັນ ພົວວິຫານ ຖືວ່າ ສອງຄະນະພົວພັນຕ່າງປະເທດຈະປະຕິບັດສຳເລັດໜ້າທີ່ເປັນເສນາທິການໃຫ້ແກ່ການນຳສອງພັກ, ສອງລັດໃນການຍົກສູງປະສິດທິຜົນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດກວ່າອີກ.


top