ຂ່າວສານ

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ການ​ຄ້າ - ການ​ລົງ​ທຶນ ຫວຽດ​ນາມ - ກຳ​ປູ​ເຈຍ​ໃຫ້ຫຼາຍ​ກ່​ວາ​ອີກ

ທ່ານປະທານສະພາສູງກຳປູເຈຍ Samdec Say Chhum ຢັ້ງຢືນວ່າ: ກຳປູເຈຍ ມີຄວາມຫວັງຈະສືບຕໍ່ສາມັກຄີ, ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາສູງກຳປູເຈຍ Samdec Say Chhum (ພາບ: nhandan.vn)  

ຕອນເຊົ້າວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ, ທີ່ການຕ້ອນຮັບທ່ານປະທານສະພາສູງ ລາຊະອານາຈັກກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍຍົກສູງ ປະສິດທິຜົນໃນການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນກ່ວາອີກ, ຊ່ວຍກັນກໍ່ສ້າງພື້ນຖານເສດຖະກິດເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມສາມາດຮັບມືກັບບັນຫາພາຍນອກຢ່າງພຽງພໍ, ສືບຕໍ່ເຊື່ອມຕໍ່ສອງພື້ນຖານເສດຖະກິດ ນັບທັງທາງດ້ານພື້ນຖານໂຄງລ່າງ ແລະ ພື້ນຖານໂຄງລ່າງທາງດ້ານດີຈີຕອນ. ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການເຈຈະລາກ່ຽວກັບເສັ້ນຊາຍແດນ ທີ່ຍັງບໍ່ທັນໄດ້ປະຕິບັດສຳເລັດການປັກຫຼັກໝາຍຊາຍແດນ ເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ. ສ່ວນທ່ານປະທານສະພາສູງກຳປູເຈຍ Samdec Say Chhum ຢັ້ງຢືນວ່າ: ກຳປູເຈຍ ມີຄວາມຫວັງຈະສືບຕໍ່ສາມັກຄີ, ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນການເຮັດໃຫ້ການພົວພັນຮ່ວມມືຢ່າງຮອບດ້ານ, ຍືນຍົງຍາວນານລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.


top