ຂ່າວສານ

ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ແຮງ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ

ປີ 2023, ຫວຽດນາມ ໄດ້ຕັ້ງເປົ້າໝາຍສົ່ງແຮງງານ ໄປເຮັດວຽກຢູ່ຕ່າງປະເທດ. ຫວຽດນາມ ໃຫ້ໄດ້ 110.000 ຄົນ ຈະສືບຕໍ່ໃຫ້ບຸລິມະສິດແກ່ການຜັນຂະຫຍາຍບັນດາຕະຫຼາດມູນເຊື້ອ ແລະ ຮັບແຮງງານຈຳນວນຫຼາຍມາເຮັດວຽກຢູ່ ຫວຽດນາມ, ເປັນຕົ້ນແມ່ນ: ຍີ່ປຸ່ນ, ໄຕ້ຫວັນ (ຈີນ) ແລະ ສ.ເກົາຫຼີ.
  ທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ  

ໄປຄຽງຄູ່ກັນນັ້ນ, ພັດທະນາຕະຫຼາດຢູ່ບາງປະເທດເອີຣົບ ແລະ ສິງກະໂປ ມີຫຼາຍຂະແໜງອາຊີບມີເງື່ອນໄຂເຮັດວຽກທີ່ດີ, ນຳມາເຊິ່ງລາຍຮັບຖາວອນໃຫ້ແກ່ຜູ້ອອກແຮງງານ. ຫວຽດນາມ ກໍພວມຂະຫຍາຍບາງຕະຫຼາດແຮງງານທີ່ສາມາດຮັບເອົາແຮງງານ ຫວຽດນາມ ດ້ວຍລາຍຮັບສູງ, ເປັນຕົ້ນແມ່ນ ອົດສະຕາລີ ແລະ ອິດສະຣາແອັນ. ຕາມທ່ານ ຫງວຽນຢາລຽມ, ຮອງຫົວໜ້າກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ) ແລ້ວ, ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຕ່າງປະເທດ ກໍຄື ເພີ່ມຈຳນວນແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ, ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ຕໍ່ການຍົກສູງຄຸນນະພາບຂອງແຫຼ່ງແຮງງານ.

 


top