ຂ່າວສານ

ຍົກ​ສູງ​ການ​ພົວ​ພັນ ຫວຽດ​ນາມ - ສະ​ໂລ​ວາ​ກີ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີມອ​ບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພົ​ບ​ປະ​ກັບ​ສື່ມວນ​ຊົນ ແຈ້ງ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈ​າ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ (ພາບ: VGP)  

ຕອນ​ເຊົ້າ​ວັນ​ທີ 13 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ສະ​ໂລ​ວາ​ກີ Robert Fico ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 12 ເມ​ສາ - 14 ເມ​ສາ 2026. ເມື່ອ​ການ​ນຳ​ສອງ​ທ່ານ​ກ້າວ​ຂຶ້ນເວ​ທີ​ກຽດ​ຕິ​ຍົດ, ​ໃຕ້​ທຸງ​ຊາດ​ຂອງ​ສອງ​ປະ​ເທດ, ເພງ​ຊາດ​ຂອງ ສະ​ໂລ​ວາ​ກີ ແລະ ຫວຽດ​ນາມ ໄດ້​ດັງ​ຂຶ້ນ. ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ ແນະ​ນຳ​ບັນ​ດາ​ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ສອງ​ປະ​ເທດ​ເຂົ້າ​ຮ່ວມ​ພິ​ທີ​ຕ້ອນ​ຮັບ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ສະ​ແດງ​ກຳ​ລັງ​ຂ່ຳ​ນັບ​ຮັບ​ຕ້ອນ​ຂອງກອງ​ກຽດ​ຕິ​ຍົດ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ.

ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ເປັນ​ປະ​ທານ​ຮ່ວມ​ການ​ຖະ​ແຫຼງ​ຂ່າວ (ພາບ: VGP)

ພາຍຫຼັງ​ພິ​ທີ​ຕ້ອ​ນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ ແລະ ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ, ມອບ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ສະ​ໂລ​ວາ​ກີ. ກ່ອນ​​ດຳ​ເນີນເຈ​ລະ​ຈາ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ສອງ​ທ່ານ ພ້ອມ​ກັນ​ໄປ​ຢ້ຽມ​ຊົມ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ ແລະ ການ​ພົວ​ພັນ​ອັນ​ດີ​ງາມ ຫວຽດ​ນາມ - ສະ​ໂລ​ວາ​ກີ.

ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີມອ​ບ​ຮັບ​ເອ​ກະ​ສານ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ພົ​ບ​ປະ​ກັບ​ສື່ມວນ​ຊົນ ແຈ້ງ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈ​າ. ຢູ່​ການ​ພົບ​ປະ​ກັບ​ສື່ມວນ​ຊົນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໃຫ້​ຮູ້​ວ່າ ການ​ເຈ​ລ​ະ​ຈາ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ແລະ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນຫຼາຍ​ດ້ານ. ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ສອງ​ທ່ານ ໄດ້​ຮັບ​ຮອງ​ເອົາ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສະ​ໂລ​ວາ​ກີ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຕາມ​ນັ້ນ​ແລ້ວ, ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊີ້​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ປະ​ເທດ ຮີບ​ດ່ວນ​ສ້າງ​ແຜນ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສະ​ໂລ​ວາ​ກີ ເພື່ອ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ກ່ຽວ​ກັບ​ຄຸນ​ນະ​ພາບ​ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທ້​ຈິງ​ມາ​ໃຫ້​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ທ່ານ​ເລ​ມິ​ງຮຶງ ເນັ້ນ​ໜັ້ກ​ວ່າ:

ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຫວຽດ​ນາມ ຈະ​ສືບ​ຕໍ່​ຖື​ເປັນ​ສຳ​ຄັນ ແລະ ປາດ​ຖະ​ໜາ​ຢາກ ຊຸກ​ຍູ້​ເພື່ອ​ນຳ​ການ​ພົວ​ພັນ ກັບ ສະ​ໂລ​ວາ​ກີ - ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຫວຽດ​ນາມ ຢູ່​ພາກ​ພື້ນ​ເອີ​ລົບ​ຕາ​ເວັນ​ອ​ອ​ກ​ກາງ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ. ບົນ​ຈິດ​ໃຈ​ນັ້ນ, ຢູ່​ການ​ເຈ​ລ​ະ​ຈາ​ມື້​ນີ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ພ້ອມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ສອງ​ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ສະ​ພາບ​ການ​ພາ​ກ​ພື​້ນ​ ແລະ ບັນ​ດາ​ມາດ​ຕະ​ການຢ່າງ​ເລິກ​ເຊິ່ງ, ເປີດ​ເຜີຍ ​ເພື່ອ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃໝ່​ຢູ່າງ​ແທ້​ຈິງ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ເພື່ອຫັນ​ ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ່ງ​ພວກ​ເຮົາ​ຫາ​ກໍ່​ສ້າງ​ຕັ້ງເປັນ​ຈິງ ແລະ ເລິກ​ເຊິ່ງກວ່າ​ອີກ.


top