ຂ່າວສານ

ຍົກ​ລະ​ດັບ​ສະ​ຕິ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາ​ບ​ລະ​ຫວ່າງ​ຍິງ - ຊາຍ ແລະ ສິດ​ທິ​ເດັກ​ຍິງ ຢູ່ ຫວຽດ​ນາມ

ໃນເຫດການນີ້, ບັນດາການເຄື່ອນໄຫວຄືງານວາງສະແດງ, ການພົບປະແລກປ່ຽນ, ແຂ່ງຂັນແຕ້ມຮູບປຸກລະດົມ ໄດ້ນຳມາກາລະໂອກາດໃຫ້ແກ່ນັກຮຽນໄດ້ສະແດງທັດສະນະ ແລະ ບົດບາດຂອງເດັກຍິງໃນການສ້າງອະນາຄົດຂອງຕົນ, ຂອງຄອບຄົວ ແລະ ສັງຄົມຜ່ານບັນດາໂຄງການປະສົມປະສານລະຫວ່າງວິຊາຈິດຕະກຳ, ວັດນະຄະດີ ແລະ ສຳຜັດປະດິດຄິດສ້າງ.
ບັນດາຜູ້ແທນ ແລະ ນັກຮຽນເຂົ້າຮ່ວມລາຍການເຕັ້ນລວມໝູ່ (ພາບ: UN Women)

“ເດັກຍິງເປັນເຈົ້າຂອງອະນາຄົດ” ແມ່ນຫົວຂໍ້ຂອງເຫດການສື່ມວນຊົນໂດຍອົງການ ສປຊ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ແລະ ອົງການ UNESCO ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຫວິ້ງລອງ ຈັດຂຶ້ນໃນວັນທີ 12 ຕຸລາ, ຢູ່ໂຮງຮຽນມັດທະນາຕອນຕົ້ນ ລົກຮວ່າ, ເມືອງລອງໂຮ່, ແຂວງ ຫວິ້ງລອງ. ນີ້ແມ່ນການເຄື່ອນໄຫວສະເຫຼີມສະຫຼອງວັນເດັກຍິງສາກົນ (ວັນທີ 11 ຕຸລາ), ວັນຄູໂລກ  (ວັນທີ 5 ຕຸລາ) ແລະ ວັນປະກາດຖະແຫຼງການ ປັກກິ່ງ ແລະ ໂຄງການດຳເນີນງານ ປັກກິ່ງ ຄົບຮອບ 30 ປີ(1995-2025). ເຫດການແມ່ນໂອກາດເພື່ອເຊີດຊູສຽງເວົ້າ ແລະ ການປະກອບສ່ວນຂອງນາຍຄູໃນວິວັດທະນາການສ້າງນະໂຍບາຍໃຫ້ສົມບູນແບບ ແລະ ສະພາບແວດລ້ອມການສຶກສາທີ່ເຊື່ອມໂຍງກວ່າສຳລັບຜູ້ຮຽນ, ລວມທັງເດັກຍິງ, ພ້ອມດຽວກັນນັ້ນ ກໍຮຽກຮ້ອງວົງຄະນະຍາດ ຮ່ວມເດີນທາງຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ຢູ່ ຫວຽດນາມ.

ໃນເຫດການນີ້, ບັນດາການເຄື່ອນໄຫວຄືງານວາງສະແດງ, ການພົບປະແລກປ່ຽນ, ແຂ່ງຂັນແຕ້ມຮູບປຸກລະດົມ ໄດ້ນຳມາກາລະໂອກາດໃຫ້ແກ່ນັກຮຽນໄດ້ສະແດງທັດສະນະ ແລະ ບົດບາດຂອງເດັກຍິງໃນການສ້າງອະນາຄົດຂອງຕົນ, ຂອງຄອບຄົວ ແລະ ສັງຄົມຜ່ານບັນດາໂຄງການປະສົມປະສານລະຫວ່າງວິຊາຈິດຕະກຳ, ວັດນະຄະດີ ແລະ ສຳຜັດປະດິດຄິດສ້າງ. ພິເສດ, ໃນເຫດການນີ້ຍັງມີການໂອ້ລົມສົນທະນາແບບເຊິ່ງໜ້າກັບນັກປະຖະກະຖາຍິງທີ່ມີຜົນກະທົບໃນຂົງເຂດການສຶກສາ, ກິລາ ແລະ ວິທະຍາສາດ; ຜ່ານນັ້ນ, ສົ່ງແຮງບັນດານໃຈໃຫ້ແກ່ນັກຮຽນ, ພິເສດແມ່ນນັກຮຽນຍິງ, ຈະມີຫຼາຍບົດຮຽນ, ຄຳປຶກສາເພື່ອໃຫ້ພວກນ້ອງມີຄວາມໝັ້ນໃຈກວ່າໃນການເດີນຕາມຄວາມໄຝ່ຝັນ ແລະ ເປົ້າໝາຍຂອງຕົນ.


top