ຂ່າວສານ

ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ

ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ກາ​ນາ​ດາ, ວັນ​ທີ 24 ກັນ​ຍາ, ຢູ່​ນະ​ຄອນຫຼວງ Ottawa, ທ່ານ​ ໂຕ​ເລມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ໂອ້​ລົມ​ເຈ​ລະ​ຈາ​ກັບ​ທ່ານ Mark Carney ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ.
ທ່ານ​ ໂຕ​ເລມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ເຈ​ລະ​ຈາ​ກັບ​ທ່ານ Mark Carney ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ (ພາບ: VNA)

ທ່ານ Mark Carney ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກາ​ນາ​ດາ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ຖາ​ນະ​ບົດ​ບາດທີ່ນັບ​ມື້​ນັບ​ສູງ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ຕໍ່ກັບ​ປະ​ຊາ​ຄົມ​ສາ​ກົນ, ຢັ້ງ​ຢືນ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ ກາ​ນາ​ດາ​ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ ພາກ​ພື້ນ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ.

ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ ຫວຽດ​ນາມ ຖື ​ກາ​ນາ​ດາ​ ເປັນ​ເພື່ອນ​ມິດ, ເປັນຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ພ້ອມ​ກັນ​ແບ່ງ​ປັນ​ຜົນ​ປະ​ໂຫຍດ ແລະ ວິ​ໄສ​ທັດ​ຍຸດ​ທະ​ສາດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ສອງ​ປະ​ເທດ​ຄວນ​ສຸມ​​ເຂົ້າ​ບັນ​ດາ​ບຸ​ລິ​ມະ​ສິດ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ, ໃນ​ນັ້ນ ນຳ​ວິທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ ແລະ ບັນ​ດາ​ເຕັກ​ໂນ​ໂລ​ຢີ​ທີ່ກ້າວ​ໜ້າ​ກາຍ​ເປັນ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່; ສະ​ເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ, ພັດ​ທະ​ນາ ແລະ ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ສ້າງ​ລັດ​ຖະ​ບານ​ດີ​ຈີ​ຕອນ, ເສ​ດ​ຖະ​ກິດ​ດີ​ຈີ​ຕອນ ແລະ ສັງ​ຄົມ​ດີ​ຈີ​ຕອນ.

ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຖື​ວ່າ ການ​ພົວ​ພັນ ຫວຽດ​ນາມ - ກາ​ນາ​ດາ ໄດ້​ເຕົ້າ​ໂຮມ​ບັນ​ດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່, ດ້ວຍ​ລະ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ທີ່ສູງກວ່າ, ການ​ຮ່ວມ​ມື​ເລິກ​ເຊິ່ງກວ້າງ​ຂວາງກວ່າ, ແທ້​ຈິງກວ່າ ແລະ ຕ່າ​ງ​ຝ່າຍ​ຕ​່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ແໜ້ນ​ແຟ້ນກວ່າ, ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ແລະ ສ້າງ​ໂຄງ​ການ​ດຳ​ເນີນ​ງານ ແລະ ແຜນ​ການ​ກະ​ທຳ​ລະ​ອຽດ​ໂດຍ​ໄວ ເພື່ອ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ​, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ ກາ​ນາ​ດາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ກຸ່ມ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ກາ​ນາດາ - ຫວຽດ​ນາມ.


top