ຂ່າວສານ

ຍົກເລີກບັດເຫຼືອງ: ຢຸດຕິສະພາບກ່ຳປັ່ນຫາປາລ່ວງລະເມີດເຂດທະເລຂອງຕ່າງປະເທດ

ແຜນການເຄື່ອນໄຫວຂອງລັດຖະບານໄດ້ປະກາດໃຊ້ ແລະ ມີຜົນສັກສິດແຕ່ວັນທີ 13 ກຸມພາເປັນຕົ້ນໄປ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ກຳນົດກົດໝາຍກ່ຽວກັບສິນໃນນ້ຳໃຫ້ຄົບຊຸດ, ມີປະສິດທິຜົນ; ແກ້ໄຂບັນຫາຕິດຂັດ, ຖືກຈຳກັດຕາມຂໍ້ສະເໜີແນະຂອງ EC ກ່ຽວກັບ IUU.
  ກອງປະຊຸມທາງອິນເຕີເນັດຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ  

ຕອນບ່າຍວັນທີ 20 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກປະກາດກ່ຽວກັບ “ແຜນການເຄື່ອນໄຫວຂອງລັດຖະບານກ່ຽວກັບວຽກງານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຂໍ້ກຳນົດ (ຕ້ານຂຸດຄົ້ນແບບ IUU) ແລະ ກະກຽມເຮັດວຽກກັບຄະນະກວດກາຂອງຄະນະກຳມະການ ເອີລົບ (EC) ຄັ້ງທີ 4”.

ແຜນການເຄື່ອນໄຫວຂອງລັດຖະບານໄດ້ປະກາດໃຊ້ ແລະ ມີຜົນສັກສິດແຕ່ວັນທີ 13 ກຸມພາເປັນຕົ້ນໄປ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ກຳນົດກົດໝາຍກ່ຽວກັບສິນໃນນ້ຳໃຫ້ຄົບຊຸດ, ມີປະສິດທິຜົນ; ແກ້ໄຂບັນຫາຕິດຂັດ, ຖືກຈຳກັດຕາມຂໍ້ສະເໜີແນະຂອງ EC ກ່ຽວກັບ IUU; ຍົກເລີກ “ບັດເຫຼືອງ” ໃນປີ 2023. ທ່ານ ຟຸ່ງດຶກຕ່ຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ສະເໜີໃຫ້ບັນດາທ້ອງຖິ່ນຄວນເພີ່ມທະວີວຽກງານຄຸ້ມຄອງ, ຢຸດຕິສະພາບກ່ຳປັ່ນຫາປາລ່ວງລະເມີດເຂດທະເລຂອງຕ່າງປະເທດ:

“ພວກເຮົານັບມື້ນັບເຊື່ອມໂຍງເລິກເຊິ່ງເຂົ້າພື້ນຖານເສດຖະກິດໂລກ. ໂດຍບໍ່ມີວິທີໃດອື່ນອີກ, ຕ້ອງປະຕິບັດບັນດາຂໍ້ກຳນົດຂອງບັນດາອົງການຈັດຕັ້ງສາກົນຢ່າງເຂັ້ມງວດ ແລະ ນັ້ນກໍ່ແມ່ນຈິດໃຈຂອງກົດໝາຍວ່າດ້ວຍສິນໃນນ້ຳ 2017 - ແມ່ນພັດທະນາແບບຍືນຍົງ. ດັ່ງນັ້ນ, ເລື່ອງຍົກເລີກບັດເຫຼືອງແມ່ນໜ້າທີ່ສຳຄັນ. ເວລາເພື່ອປະຕິບັດແຜນການຂອງລັດຖະບານຄວນມີຄວາມຕັດສິນໃຈຂອງທົ່ວລະບົບການເມືອງ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາກະຊວງ, ຂະແໜງການ, ບັນດາທ້ອງຖິ່ນ ແລະ ລະຫວ່າງທ້ອງຖິ່ນນຳກັນພາຍໃຕ້ການຊີ້ນຳຂອງລັດຖະບານ. ນາຍົກລັດຖະມົນຕີ ເຊື່ອໝັ້ນວ່າຈະໄດ້ຮັບການຍົກເລີກບັດເຫຼືອງໃນປີນີ້ໂດຍໄວ”.

 


top