ຂ່າວສານ

ຍົກສູງສະຕິຄາມຮັບຮູ້ຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນການປ້ອງກັນ ຕ້ານໄພທຳມະຊາດ

ຕອນເຊົ້າວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ ໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນມູນເຊື້ອປ້ອງກັນ, ຕ້ານໄພທຳມະຊາດຫວຽດນາມ (22 ພຶດສະພາ 1946 – 22 ພຶດສະພາ 2019).


ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຮ່ວາງຮຽບ

(ພາບ: nongnghiep.vn)


ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍໃຫ້ພໍ່ແມ່ປະຊາຊົນ, ນັກຮົບທົ່ວປະເທດ, ບັນດາກຳລັງເຮັດວຽກປ້ອງກັນ, ຕ້ານໄພທຳມະຊາດ…

        ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫງວຽນຮ່ວາງຮຽບ, ເນັ້ນໜັກວ່າ, ເພື່ອຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ, ຄວນຍົກສູງ, ເປັນເອກະພາບຕໍ່ສະຕິຄວາມຮັບຮູ້ຂອງຄະນະພັກແຂວງ, ອຳນາດການປົກຄອງ ແລະ ປະຊາຊົນ ໃນການປ້ອງກັນ, ຕ້ານໄພທຳມະຊາດ ເພື່ອແນໃສ່ລະດົມກຳລັງແຮງຂອງທັງລະບົບການເມືອງໃນການຮັບປະກັນຄວາມປອດໄພຕໍ່ໜ້າໄພທຳມະຊາດ. ນອກນັ້ນ, ຄວນຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ໂດຍສະເພາະແມ່ນເຕັກໂນໂລຊີຂໍ້ມູຂ່າວສານໃນການປ້ອງກັນຕ້ານໄພທຳມະຊາດ.

        ແລະກໍ່ໃນວັນດຽວກັນ, ໂຮງຮຽນມັດທະຍົມຕອນຕົ້ນ ຫງວຽນບິນຄຽມ, ຢູ່ແຂວງ ບິ່ງທ້ວນ ກໍໄດ້ຈັດພິທີສະເຫຼີມສະຫຼອງ 73 ປີແຫ່ງວັນມູນເຊື້ອປ້ອງກັນ, ຕ້ານໄພທຳມະຊາດຫວຽດນາມ ດ້ວຍຫົວຂໍ້ວ່າ “ຫຼຸດຜ່ອນໄພທຳມະຊາດ ໂດຍເລີ່ມຈາກໂຮງຮຽນ ແລະ ປະຊາຄົມ”.

(ແຫຼ່ງຄັດຈາກ VOV)


top