ຂ່າວສານ

ຍົກສູງສະຕິຄວາມຮູ້ດ້ານກົດໝາຍ, ຕ້ານການຂຸດຄົ້ນ IUU ໃຫ້ແກ່ປະຊາຊົນ

ນ​ທີ 13 ກັນ​ຍາ​, ກອງ​ບັນ​ຊາ​ການ​ຕຳ​ຫຼວດ​ທະ​ເລ​ເຂດ 4, ສານ​ປະ​ຊາ​ຊົນ​ແຂວງ ກາ​ເມົາ ໄດ້​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ທີ່ກ່ຽວ​ຂ້ອງ ຈັດ​ຕັ້ງ ວາ​ລະ​ພິ​ພາກ​ສາ​ຂອງ​ສານ​ຈຳ​ລອງ 2 ສາລະ ຢູ່​ຕາ​ແສງ ດົ່ງ​ຫາຍ ແລະ ຕາ​ແສງ ຫຽບ​ແທັ່ງ​, ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ໃຫ້​ແກ່​ປະ​ຊາ​ຊົນ​ກ່ຽວ​ກັບ​ການ​ຕ້ານ​ຂຸດ​ຄົ້ນ IUU ໃນ​ບໍ​ລິ​ເວນ​.
  ບັນດາຜູ້ແທນ ແລະ ຊາວປະມົງເຂົ້າຮ່ວມວາ​ລະ​ພິ​ພາກ​ສາ​ຈຳ​ລອງ​ (ພາບ: VNA))  

​ນະ​ທີ່​ນີ້​, ຊາວ​ປະ​ມົງ​ໄດ້​ຕິດຕາມໂດຍ​ກົງ​ຈາກ​ກໍ​ລະ​ນີ​ລະ​ເມີດ​, ຂັ້ນ​ຕອນ​ພິ​ພາກ​ສາ ຕະ​ຫຼອດ​ຮອດ​ການ​ຕັດ​ສິນ​ຂອງ​ສານ​, ຜ່ານ​ນັ້ນ​, ກໍ່ກຳ​ໄດ້​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນທີ່​ຖືກ​ຕ້ອງ​ຕາມກົດ​ໝາຍ ແລະ ການ​ກະ​ທຳທີ່​ລະ​ເມີດ​ກົດ​ໝາຍ​. ເຂົ້າ​ຮ່ວມ​ວາ​ລະ​ພິ​ພາກ​ສາ​ຈຳ​ລອງ​, ຊາວ​ປະ​ມົງ​ຕາ​ແສງ ດົງ​ຫາຍ ແລະ ຕາ​ແສງ ຫຽບ​ແທັ່ງ ຍັງ​ໄດ້​ແຈກ​ໃບ​ປິວ​ໂຄ​ສະ​ນາ​, ໜູນ​ຊ່ວຍ​ຊາວ​ປະ​ມົງ​ໃນ​ການ​ອອກນອກ​ຝັ່ງ​, ຕິດ​ພັນ​ກັບ​ທະ​ເລ​, ຫຼີກ​ລ້ຽງ​ພະ​ຍຸ​; ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU ຢ່າງ​ເຂັ້ມ​ງວດ​; ໂອ້​ລົມ​ສົນ​ທະ​ນາ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຕ້ານ​ການ​ຂຸດ​ຄົ້ນ IUU...

ສ່ວນ​ຢູ່​ແຂວງ ເລີມ​ດົ່ງ​, ເຊິ່ງ​ເປັນ​ທ້ອງ​ຖິ່ນ​ສືບ​ຕໍ່​ໄດ້​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ກ່ຳປັ່ນ​, ຄວບ​ຄຸມ​ການ​ເຂົ້າ - ອອກ​ທ່າ ແລະ ຕິດ​ຕາມ​ການ​ເດີນ​ທາງ​ຜ່ານ​ແອັບ​ໃນ​ໂທລະ​ສັບ​, ການ​ປັບ​ໄໝ​​ກ່ຳ​ປັ່ນທີ່​ລະ​ເມີດຢ່າງຂ້ຽວຂາດ​, ປະ​ກອບ​ສ່ວນ​ພ້ອມ​ກັບ​ທົ່ວ​ປະ​ເທດ​ແກ້​ໄຂ “ບັດ​ເຫຼືອງ​” ຂອງ​ຄະ​ນະ​ກຳ​ມະ​ການ ເອີ​ລົບ (EC). ຊາວ​ປະ​ມົງ​ຢູ່​ແຂວງ ເລີມ​ດົ່ງ​, ໃຫ້​ຮູ້​ວ່າ​:

“​ເມື່ອ​ກ່ຳ​ປັ່ນ​ເຂົ້າ​ທຽບ​ທ່າ​ເຮົາ​ຕ້ອງ​ແຈ້ງ​ລາຍງານ​. ເວລາ​ອອກ​ໄປ​ທະ​ເລ​ຫາ​ປາ​ກໍ່​ຕ້ອງ​ແຈ້ງ​, ຕ້ອງ​ປະ​ຕິ​ບັດ​ຂັ້ນ​ຕອນ​ອອກ​ສູ່​ທະ​ເລ​. ສຳ​ລັບ​ເຄື່ອງ​ມື​ຕິດ​ຕາມການເດີນທາງ​ອອກ​ສູ່​ທະ​ເລ​ຕ້ອງ​ກະ​ກຽມ 2 ໜ່ວຍ ແລະ ເປີດ​ທຸກ​ເວລາ​”.

“​ຂ້າ​ພະ​ເຈົ້າ​ມາ​ແຫ່ງ​ນີ້​ເພື່ອ​ແຈ້ງການບັນທຶກການເດີນທາງ​. ທຸກ​ຂັ້ນ​ຕອນ​ໄດ້​ປະ​ຕິ​ບັດ​ໃນ​ແອັບ​ຂອງ​ໂທລະ​ສັບ​ໝົດ​. ຕອນ​ອອກ​ໄປ​ທະ​ເລ​, ເຮົາ​ໄດ້ລົງທະບຽນບັນທຶກ​ໃນ​ແອັບ ແລ້ວ​ລໍ​ຖ້າ​ການ​ຢັ້ງ​ຢືນ​ ເຮົາ​ສາ​ກໍ່ມາດ​ອອກ​ໄປ​ໄດ້​ເລີຍ​. ແອັບ​ນີ້​ ໃຊ້ແບບ​ບໍ່​ຕ້ອງ​ມີຄື້ນ​ສັນ​ຍານ​, ອິນ​ເຕີ​ເນັດ​, ເຮົາ​ລົງທະບຽນ​ແລ້ວ​ມັນຈະ​ແຈ້ງ​ຈຸດ​ພິ​ກັດ​ທັນ​ທີ​”.


top