ຂ່າວສານ

ຍົກສູງປະສິດທິຜົນໃນການຄຸ້ມຄອງຂໍ້ມູນໃນການປະຕິບັດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ

      ທ່ານພັນເອກ Thomas Steveson, ທູດທະຫານອາເມລິກາ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາເມລິກາ ໄດ້ອຸປະຖຳຈຳນວນເງິນປະທານ 150 ລ້ານ USD ໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຢູ່ ຫວຽດນາມ.
ທ່ານ ຫງວຽນວັນຫງຽບ, ຮອງຜູ້ອຳນວຍການສູນແກ້ໄຂບັນຫາກ່ຽວກັບລູກລະເບີດແຫ່ງຊາດ ຫວຽດນາມ (VNMAC)
ກ່າວຄຳເຫັນທີ່ຊຸດຝຶກອົບຮົມ (ພາບ: VOV5)
      ວັນທີ 6 ທັນວາ, ຢູ່ຮ່າໂນ້ຍ, ໄດ້ໄຂຊຸດຝຶກອົບຮົມ “ຄຸ້ມຄອງຂໍ້ມູນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູດລະເບີດພາຍຫຼັງສົງຄາມ”, ໂດຍມີການເຂົ້າຮ່ວມຂອງຄູສອນ, ນັກສຳມະນາກອນ ທີ່ມາຈາກ 27 ແຂວງ, ນະຄອນ. ນີ້ແມ່ນຊຸດຝຶກອົບຮົມທຳອິດໃນ 4 ຊຸດຝຶກອົບຮົມເພື່ອແນໃສ່ບຳລຸງທັກສະໂດຍພື້ນຖານດ້ານການສ້າງ, ຄຸ້ມຄອງຂໍ້ມູນ ໃນການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດພາຍຫຼັງສົງຄາມ. ທ່ານ ຫງວຽນວັນຫງຽບ, ຮອງຜູ້ອຳນວຍການສູນແກ້ໄຂບັນຫາກ່ຽວກັບລູກລະເບີດແຫ່ງຊາດ ຫວຽດນາມ (VNMAC) ໃຫ້ຮູ້ວ່າ:
      ໃນໄລຍະຜ່ານມາ ອາເມລິກາ ແມ່ນຄູ່ຮ່ວມມືຂອງ ຫວຽດນາມ ແລະ ໜູນຊ່ວຍ ຫວຽດນາມ ຫຼາຍຢ່າງກ່ຽວກັບງົບປະມານ, ທັກສະ, ວັດຖຸອຸປະກອນ ເພື່ອໃຫ້ ຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ. ໃນໄລຍະຈະມາເຖິງ ພວກຂ້າພະເຈົ້າມີຄວາມຫວັງຢ່າງຍິ່ງວ່າ ອາເມລິກາ ຈະສືບຕໍ່ແມ່ນປະເທດຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ.
      ທ່ານພັນເອກ Thomas Steveson, ທູດທະຫານອາເມລິກາ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາເມລິກາ ໄດ້ອຸປະຖຳຈຳນວນເງິນປະທານ 150 ລ້ານ USD ໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຢູ່ ຫວຽດນາມ, ທ່ານໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ ແມ່ນຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ຢ່າງມີປະສິດທິຜົນທີ່ສຸດ ເພື່ອແນໃສ່ກໍ່ສ້າງອະນາຄົດທີ່ບໍ່ມີລູກລະເບີດ, ວັດຖຸລະເບີດຢູ່ ຫວຽດນາມ.
(ແຫຼ່ງຄັດຈາກ VOV)
 


top