ຂ່າວສານ

ຍົກສູງປະສິດທິຜົນຂອງວຽກງານຖະແຫຼງຂ່າວການຕ່າງປະເທດ ຢູ່ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ

      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນສຳຄັນຂອງ ອົງການຕາງໜ້າ ດ້ວຍຈິດໃຈ “ກ້າຄິດ, ກ້າທຳ”, ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍວຽກງານຖະແຫຼງຂ່າວການຕ່າງປະເທດ ໃນໄລຍະຜ່ານມາ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ເປັນ ປະທານກອງປະຊຸມ
(ພາບ: hanoitv.vn)
      ໃນວັນທີ 13 ແລະ 14 ຕຸລາ ປີ 2021, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສົມທົບໂດຍກົງ ກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດພາຍໃຕ້ການເປັນປະທານຂອງ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ດັ້ງຮ່ວາງຢາງ ພ້ອມກັບການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນໃຫຍ່, ຜູ້ຕາງໜ້າອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ແລະ ບາງໜ່ວຍງານຂອງ ກະຊວງການຕ່າງປະເທດລວມ 70 ທ່ານ.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ຕີລາຄາສູງ ຕໍ່ການປະກອບສ່ວນສຳຄັນຂອງ ອົງການຕາງໜ້າ ດ້ວຍຈິດໃຈ “ກ້າຄິດ, ກ້າທຳ”, ເປັນເຈົ້າການ, ມີຫົວຄິດປະດິດສ້າງ ໃນການຜັນຂະຫຍາຍວຽກງານຖະແຫຼງຂ່າວການຕ່າງປະເທດ ໃນໄລຍະຜ່ານມາ, ເມື່ອຕິດແທດກັບຄວາມຮຽກຮ້ອງຕ້ອງການກ່ຽວກັບ ເນື້ອໃນ, ຮູບການສະແດງອອກ, ບັນດາມາດຕະການຜັນຂະຫຍາຍກໍ່ຄືກຸ່ມເປົ້າໝາຍທີ່ຄວນໄດ້ຮັບການໂຄສະນາ.
ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ໄດ້ສະເໜີໃຫ້ ອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ເສີມຂະຫຍາຍບົດບາດເປັນອົງການຢູ່ບໍລິເວນໂດຍກົງ, ຍົກສູງເນື້ອໃນຈິດໃຈເປັນເຈົ້າການ, ມີໄຫວພິບ, ຍາດແຍ່ງເອົາທຸກແຫຼ່ງກຳລັງຢູ່ກັບທີ່, ສົມທົບກັບອົງການຂຶ້ນກັບເຫຼົ່າຮົມຖະແຫຼງຂ່າວການຕ່າງປະເທດຢູ່ພາຍໃນປະເທດ ເພື່ອຍົກສູງ ປະສິດທິຜົນຂອງວຽກງານຖະແຫຼງຂ່າວຢູ່ຕ່າງປະເທດກ່ວາອີກ.
(ແຫຼ່ງຄັດຈາກ VOV)


top