ຂ່າວສານ

ຍົກສູງປະສິດທິຜົນການຮ່ວມມືຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດໃນບັນດາປະເທດອາຊຽນ+3

ບັນດາປະເທດອາຊຽນ ພ້ອມກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຈີນ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ ແລະ ພວມຕັ້ງໜ້າແບ່ງປັນບົດຮຽນໃນການຮ່ວມມືໃນການກໍ່ສ້າງກຳລັງຄວາມສາມາດ.


ທີ່ກອງປະຊຸມ

(ພາບ: TTXVN)


ວັນທີ 28 ທັນວາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມສາກົນ “ຍົກສູງປະສິດທິຜົນການຮ່ວມມື, ສົມທົບກັນໃນການຮັບປະກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ແລະ ປ້ອງກັນ, ຕ້ານອາດຊະຍາກຳອິນເຕີແນັດຂອງບັນດາປະເທດອາຊຽນ +3 (ລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ). ກອງປະຊຸມໄດ້ເຊື່ອມຕໍ່ຢູ່ ສິງກະໂປ, ໄທ, ຈີນ, ມຽນມາ, ສ.ເກົາຫຼີ, ອິນໂດເນເຊຍ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ບຸຍວັນນາມ ໃຫ້ຮູ້ວ່າ, ບັນດາປະເທດອາຊຽນ ພ້ອມກັບບັນດາປະເທດຄູ່ຮ່ວມມື, ຄູ່ເຈລະຈາຈີນ, ຍີ່ປຸ່ນ, ສ.ເກົາຫຼີ ໄດ້ ແລະ ພວມຕັ້ງໜ້າແບ່ງປັນບົດຮຽນໃນການຮ່ວມມືໃນການກໍ່ສ້າງກຳລັງຄວາມສາມາດ ແລະ ຍົກສູງຄວາມສາມາດຮັບມືກັບການບຸກໂຈມຕີທາງອິນເຕີແນັດ, ກໍ່ການຮ້າຍທາງອິນເຕີແນັດ, ອາດຊະຍາກຳອິນເຕີແນັດ, ອາຊະຍາກຳນຳໃຊ້ເຕັກໂນໂລຊີສູງ. ທ່ານຮອງລັດຖະມົນຕີ ບຸຍວັນນາມ ໄດ້ໃສ່ໃຈວ່າ, ໃນສະພາບບັນດາປະເທດໃນໂລກ ພວມມຸ່ງໄປເຖິງລັດທິຫຼາຍຝ່າຍ ແລະ ຮ່ວມມືສາກົນໂດຍອີງໃສ່ກົດໝາຍສາກົນ, ບັນດາປະເທດອາຊຽນ +3 ຄວນສືບຕໍ່ຫັນການຮ່ວມມືກັບສາກົນກ່ຽວກັບ ANM ເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ການຮ່ວມມືສາກົນຕິດພັນກັບຄວາມຕ້ອງການຕົວຈິງ ເພື່ອໃຫ້ປະສິດທິຜົນການຮ່ວມມືໄດ້ເຂົ້າສູ່ລວງເລິກ ແລະ ແທດຈິງກວ່າອີກ.

(ແຫຼ່ງຄັດຈາກ VOV)


top